Home

ມູນນິທິ ຮ່ວມໃຈທຳ
Join Moral Foudation

JMF's Form for Org profile
ໂຄງການຂອງ ມູນນິທິ ຮ່ວມໃຈທຳ​

THE SEEKER ACADEMY

The Seeker Academy ເປັນສູນອົບຮົມ ຊີ້ບອກໃຫ້ຮູ້ທັນໂຕເອງ ເຂົ້າໃຈໂຕເອງ ເຂົ້າໃຈຜູ້ອື່ນ ແລະ ເຂົ້າໃຈໃນທຸກສິ່ງແວດລ້ອມອ້ອມຂ້າງ ທຸກສະພາບການທີ່ເກີດຂື້ນໄດ້ ພ້ອມທັງຮູ້ວິທີການທີ່ຈະຈັດການຮັບມືກັບທຸກສິ່ງຢ່າງທີ່ເກີດຂື້ນ ບໍ່ວ່າຈະແມ່ນສິ່ງທີ່ ເກີດຂື້ນຈາກອາດິດຜ່ານມາ: ຢາກໃຫ້ທຸກຄົນສາມາດປ່ອຍວ່າງກັບອະດິດທີ່ຜິດພາດ ນຳສິ່ງທີ່ດີໃນອາດິດໃຫ້ ເປັນກຳລັງໃຈໄດ້. ສິີ່ງທີ່ເກີດຂຶ້ນໃນປະຈຸບັນ ກໍ່ສາມາດຈັດການໃຫ້ດີຂື້ນພ້ອມທັງເຮັດໃຫ້ເຮົາກ້າຕັດສິນໃຈ ລົງມືທຳພ້ອມທັງ ເຮັດໃຫ້ເກີດຄວາມຢາກສ້າງຄວາມໝັ້ນໃຈ ສ້າງຄວາມກ້າຫານ ສ້າງຄວາມເມດຕາໃຫ້ກັບ ທຸກຄົນໄດ້ມີເພີ້ມຂື້ນ ແລະ ສາມາດກຳນົດອານາຄົດຂອງໂຕເອງໄດ້ດ້ວຍໂຕເຮົາເອງໄດ້.

lIVE lEARN EARN & GIVE (2LEG)

ເປັນໂຄງການ ສົ່ງເສີມດ້ານອາຊີບ ວິຊາອາຊີບ ການປູກຝັງ, ລ້ຽງສັດ...ດັ່ງໂຄງການຢູ່ດ້ານລຸ່ມນີ້ ສູນຊ່ວຍເດັກນ້ອຍທຸກຍາກ “ລາວຊ່ວຍລາວ’’ ສູນຊ່ວຍເຫຼືອ ແລະ ພັດທະນາເດັກກຳພ້າ-ກຳພອຍ “DCOACH” ສູນຊ່ວຍເຫຼືອຜູ້ປະສົບໄພແຂວງ ອັດຕະປື “ຊ່ວຍເຫຼືອ ແລະ ຟື້ນຟູຄົນທຸກຍາກ,ດ້ອຍໂອກາດ ແລະ ຜູ້ປະສົບໄພ” ໂຄງການເຕັກນິກການນຳໃຊ້ເຮືອນຮົ່ມ ໂຄງການສົ່ງເສີມການປູກຜັກປອດສານເຄມີ ໂຄງການບ້ານດິນ ໂຄງການຊ່ວຍເຫຼືອບຸນໂຊກ ໂຄງການສອນໜັງສື ພາສາອັງກິດ-ພາສາຈີນ-ຄອມພິວເຕີ

ໂຄງການ ລະດົມທຶນສ້າງສະໂມສອນ

ເພື່ອສ້າງສະໂມ ສອນຂອງມູນນິທິຮ່ວມໃຈທຳ ຢູ່ທີ່ບ້ານພ້າວ, ເມືອງປາກງື່ມ, ແຂວງນະຄອນຫລວງວຽງຈັນ. ເພື່ອເປັນສູນກາງໃນການຮຽນຮູ້ ຂອງຊຸມຊົນ, ເປັນບ່ອນຝຶກອົບຮົມດ້ານສິນລະທຳ, ທັກສະວິຊາຊີບ ແລະ ທັກຊະຊີວິດໃຫ້ແກ່ຊຸມຊົນ, ໄວໝຸ່ມ, ນັກຮຽນ, ນັກ ສຶກສາເພື່ອຍົກລະດັບຄຸນນະພາບ ທາງດ້ານຈິດໃຈ, ຄວາມຮູ້ ແລະ ສີມືແຮງງານໃຫ້ແກ່ຊຸມຊົນໃນທຸກໆດ້ານທີ່ຈຳເປັນ. ໃນການສົມທົບຊ່ວຍສ້າງສະໂມສອນ ຂອງມູນນິທິຮ່ວມໃຈທຳໃນຄັ້ງນີ້ ບໍ່ວ່າຈະເປັນເງິນ ຫຼື ວັດຖຸ ບໍ່ວ່າຈະໜ້ອຍ ຫຼື ຫຼາຍ ກໍ່ຢາກໃຫ້ທ່ານໄດ້ມີສ່ວນຮ່ວມນຳກັນ ຕາມຈິດໃຈ ແລະ ກຳລັງເທົ່າທີ່ທ່ານສາມາດຊ່ວຍໄດ້.

ໂຄງການ ລະດົມເຄື່ອງບໍລິຈາກ

ມູນນິທິຮ່ວມໃຈທຳ ຂໍສະເໜີມາຍັງທ່ານຜູ້ໃຈບຸນທັງຫຼາຍທີ່ມີເຄື່ອງເກົ່າແຕ່ຍັງສາມາດນຳໃຊ້ໄດ້ເຊັ່ນ: ເຄື່ອງນຸ່ງຮົ່ມເກົ່າ (ສິ້ນ,ໂສ້ງ,ເສື້ອ...) ເຄື່ອງເກົ່າ (ກະເປົ໋າ,ຖ້ວຍ,ບ່ວງ,ໝໍ້...) ເຄື່ອງໃຊ້ໄຟຟ້າເກົ່າ (ທີ່ຍັງໃຊ້ໄດ້) ອຸປະກອນຕ່າງໆທີ່ບໍໍ່ໄດ້ໃຊ້ແລ້ວ ພາຫະນະເກົ່າ (ລົດຖີບ, ລົດຈັກ, ລົດໃຫຍ່ ແລະ ອື່ນໆ… ທີ່ຍັງສາມາດນຳໃຊ້ໄດ້) ສາມາດນຳເອົາມາບໍລິຈາກໃຫ້ແກ່ມູນນິທິຮ່ວມໃຈທຳເພື່ອມູນນິທິ ຈະໄດ້ນຳເອົາໄປໝູນໃຊ້ໃນການເຮັດສາທາລະນະປະໂຫຍດ, ນຳໃຊ້ເຂົ້າໃນການປະຕິບັດວຽກງານຊ່ວຍເຫຼືອ ແລະ ບໍລິຈາກໃຫ້ແກ່: ຊຸມຊົນ, ຜູ້ທີ່ດ້ອຍໂອກາດ ອາໄສຢູ່ເຂດຫ່າງໄກສອກຫຼີກ ທີ່ຕ້ອງ ການຄວາມຊ່ວຍເຫຼືອ.

Administrative Committee Board

1. ທ່ານ ສຸວັນນະພອນ ພົມສະຫວັດ

CEO

Mr. Souvannaphone PHOMSAVAT

2. ທ່ານ ມະນີວົງ ເທບສະຫວັນ

Marketing Head

Mr. Manivong THEPSAVANH

Content Head

Miss. Sengchan PHOMSAVATH

JMF President Advisor

Miss Somsanouk XAYSANAVONGPHET

General Secretary

Mr. Phoutthasen VONGXAY

Head of Project Management and Fundraising

Ms. Khampalian Nengmongvang

Project Steering Committee for the Poor and Disadvantaged

Miss Louknam THIDALATH VONGSILI

Staff

1. Miss Seokham Lemvanh Secretary Office
2. Mr.Bounsong Keoboasay IT
3. Miss Liw PhiwvannaAcademic Cultivate
statistics
0 +

Volunteer

0 +

Volunteer +

0 +

Volunteer Now

Scroll to top