ກ່ຽວກັບ

ກ່ຽວກັບມູນນິທິຮ່ວມໃຈທຳ:

“JMF” ມູນນິທິຮ່ວມໃຈທຳ ແມ່ນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກຳໄລ ເຊິ່ງເປັນນິຕິບຸກຄົນ ສຳລັບຜົນປະໂຫຍດທາງດ້ານສັງຄົມຂອງພົນລະເມືອງໃນຂົງເຂດການສຶກສາ, ວັດທະນະທຳ, ສຸຂະພາບ, ສິ່ງແວດລ້ອມ, ກິລາ, ວິທະຍາສາດ, ຄຸນງາມຄວາມດີ, ຄວາມສະເໝີ ພາບລະຫວ່າງຍິງ – ຊາຍ, ສິດທິມະນຸດ, ສັນຕິພາບແລະ ອື່ນໆ.

JMF ໄດ້ຖືກສ້າງຕັ້ງຂຶ້ນ ໂດຍດຳລັດວ່າດ້ວຍສະມາຄົມແລະມູນນິທິເລກທີ 149 / ນຍ, ລົງວັນທີ 19 ພຶດສະພາ, 2011, ເທດສະບານນະຄອນຫຼວງວຽງຈັນໄດ້ຮັບຮອງເອົາໂດຍນາຍົກລັດຖະມົນຕີແຫ່ງສປປລາວ.

ໂດຍອີງຕາມການສ້າງຕັ້ງ ມູນນິທິຮ່ວມໃຈທຳ ເລກທີ 251 / ສພຊ, ລົງວັນທີ 7 ພຶດສະພາ, ກະຊວງພາຍໃນຂອງສປປລາວ, ປະກອບມີ 8 ຈຸດປະສົງຕົ້ນຕໍແລະປະກອບມີ 7 ບົດ ແລະ 38 ມາດຕາ.

ມູນນິທິຮ່ວມໃຈທຳ ແມ່ນໄດ້ສ້າງຕັ້ງຂຶ້ນໂດຍພື້ນຖານດ້ວຍຈິດໃຈອັນເມດຕາ ແລະມີມະນຸດຊະຍະທຳ ທີ່ຢາກຊ່ວຍເຫຼືອສັງຄົມຢ່າງແທ້ຈິງ ໂດຍສະໝັກໃຈ ເພື່ອສັນຕິສຸກ, ສັນຕິພາບ ແລະ ຍັງເປັນຕົວແທນ ຫຼືເປັນຂົວເຊື່ອມຕໍ່ລະຫວ່າງຜູ້ຢາກໃຫ້ການຊ່ວຍເຫຼືອທັງພາຍໃນແລະຕ່າງປະເທດ ເພື່ອໄດ້ຊ່ວຍເຫຼືອຄົນທີ່ຂາດເຂີນ, ທຸກຍາກ, ດ້ອຍໂອກາດ ແລະ ຜູ້ໄປສົບໄພຕ່າງໆ ໃນທົ່ວປະເທດລາວ.

ວິໄສທັດ

ຮ່ວມໃຈທຳ  ນຳພາຄວາມຜາສຸກ  ແກ້ໄຂຄວາມທຸກ  ຊຸກຍູ້ສູ່ການພັດທະນາແບບຍືນຍົງແລະສະຫງົບສຸກ

ຈຸດປະສົງຫຼັກ

1.ຈັດຕັ້ງເປັນສູນທຳມະຊາດກາຍະບຳບັດ ແລະໂພຊະນະທຳມະຊາດບຳບັດ

2.ຈັດຕັ້ງ ເປັນສູນຝຶກອົບຮົມດ້ານມາລະຍາດສັງຄົມ, ຈະລິຍະທັມ, ຄຸນນະທັມ ແລະ ວັດທະນະທັມມູນເຊື້ອອັນດີງາມຂອງຊາດ

3.ຈັດຕັ້ງເປັນສູນຝຶກອົບຮົມດ້ານວິຊາຊີບຕ່າງໆໃຫ້ແກ່ຜູ້ທີ່ດ້ອຍໂອກາດ

4.ຈັດຕັ້ງເປັນສູນເຜີຍແຜ່ຮູບເງົາປະຫວັດຂອງທ່ານຜູ້ນຳ ແລະວິລະບູລຸດຂອງຊາດລາວ

5.ຈັດຕັ້ງເປັນສູນບໍລິຈາກເຄື່ອງນຸ່ງຮົ່ມ ແລະ ເຄື່ອງໃຊ້ຕ່າງໆໃຫ້ແກ່ຜູ້ທີ່ຂາດແຄນ, ອຸທົກກະໄພ ແລະທຸກຍາກໃນຊົນນະບົດ

6.ຈັດຕັ້ງເປັນສູນສົ່ງເສີມດ້ານການກິລາທຸກປະເພດແກ່ເຍົາວະຊົນ ເພື່ອຫ່າງໄກຢາເສບຕິດ

7.ຈັດຕັ້ງເປັນສູນສົງເຄາະຊ່ວຍເຫຼືອເດັກກຳພ້າ ແລະ ຄົນສະລາ (ຂາດທີ່ເພິ່ງພາອາໄສ)

8.ຈັດຕັ້ງເປັນສູນສົ່ງເສີມການສຶກສາໃນດ້ານພາກປະຕິບັດຕົວຈິງ ແລະສ້າງຫໍສະໝຸດຊຸມຊົນເພື່ອສົ່ງເສີມການອ່ານ.

ຄຳຂວັນ

ຊ່ວຍຜູ້ຈຳເປັນ  ບໍ່ຊ່ວຍຜູ້ເຫັນແກ່ໄດ້  ເຊື່ອມຕໍ່ຈິດໃຈ  ພັດທະນາຮັບໃຊ້ສັງຄົມລາວ

ຄະຕິຮ່ວມໃຈ

  1. ຍອມໃຫ້ເປັນ ເຢັນໃຫ້ພໍ ບໍ່ຂໍແກ້ຕົວແຕ່ຂໍແກ້ໄຂ
  2. ຈິງໃຈ ໂປ່ງໃສ ໃສ່ໃຈ  ມີຄວາມຮັບຜິດຊອບ “ຈສປມ

ຄຳປະຕິຍານຕົນ

1. ຊ່ວຍເຫຼືອຄົນ ບົນພື້ນຖານຂອງຄວາມເມດຕາ

2. ມີຄວາມສັດທາຊື່ສັດຈິງໃຈ

3. ມີຄວາມໂປ່ງໃສ ເອົາໃຈໃສ່ ແລະ ຮັບຜິດຊອບ

4. ມີຄວາມຮອບຄອບ ໃນການປະຕິບັດວຽກງານ

5.ໃຫ້ເປັນດັ່ງສະພານ ສູ່ການຊ່ວຍເຫຼືອທົ່ວປວງຊົນລາວ

ຄະນະບໍລິຫານ

1. ທ່ານ ສຸວັນນະພອນ ພົມສະຫວັດ
1. ທ່ານ ສຸວັນນະພອນ ພົມສະຫວັດ
2. ທ່ານ ມະນີວົງ ເທບສະຫວັນ
2.ທ່ານ ມະນີວົງ ເທບສະຫວັນ
3. ທ່ານນາງ ແສງຈັນ ພົງສະຫວັດ

ພະນັກງານ

ທ່ານ ພຸດທະເສນ ວົງໄຊ ເລຂາທິການ
ທ່ານນາງ ຄຳປາລຽນ ເນັ່ງມົ້ວວ່າງ ສິລິຈັນ ຫົວໜ້າຝ້າຍບໍລິຫານໂຄງການ ແລະ ການລະດົມທຶນ

ຜູ້ບໍລິຫານໂຄງການ

ລູກນ້ຳ ທິດາລັດ ວົງສິລິ ຄະນະບໍລິຫານໂຄງການ ຊ່ວຍເຫຼືອຄົນທຸກຍາກ ແລະດ້ອຍໂອກາດ

ພະນັກງານ

1. ນາງແສ່ວຄຳ ເລັມວັນ ເລຂາ ຜູ້ບໍລິຫານຫ້ອງການ
2. ທ້າວບຸນສົ່ງ ແກ້ວບົວສາຍ ໄອທີ, ນັກຂ່າວ
3. ນາງຫຼິ໋ວ ຜິວວັນນາ ວິຊາການປູກຝັງ
Scroll to top