ບົດຄວາມ

ນາງ ເກດມະນີ ລາດຊະວົງ ອາສາສະໝັກ ຊ່ວຍແປພາສາອັງກິດ

ມື້ນີ້, ທາງມູນນິທິ ຮ່ວມໃຈທຳ ຂໍນຳສະເໜີ ອາສາສະໝັກດີເດັ່ນ ທີ່ຊ່ວຍວຽກເປັນປະຈຳ ສະໝໍ່າສະເໝີ ທາງດ້ານການແປພາສາອັງກິດ ຂໍຂອບໃຈ, ທີ່ມີຈິດໃຈຊ່ວຍເຫຼືອສັງຄົມ ໂດຍບໍ່ຫວັງສິ່ງຕອບແທນ. ຢາກຮຽນຮູ້ສິ່ງໃໝ່ໆ, ຢາກແບ່ງປັນປະສົບການທີ່ໄດ້ຮູ້ ໃນການຊ່ວຍເຫຼືອສັງຄົມ, ຢາກມີສາຍພົວພັນທີ່ດີກັບຜູ້ທີ່ມີເປົ້າໝາຍຊ່ວຍເຫຼືອສັງຄົມຄືກັນ ແລະຢາກຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດ.

ມາແລ້ວ! ຮີບສະໝັກດ່ວນ ທຶນການສຶກສາລະດັບປະລິນຍາຕີ ຮຽນຟຣີຈົນຈົບ ຂອງມູນນິທິ ເກື້ອຝັນເດັກ

ຂ່າວດີ! ສຳລັບນ້ອງໆ ທີ່ກຳລັງຈະຈົບມັດຖະຍົມປາຍ ຫຼື ໃຜທີ່ຈົບແລ້ວແຕ່ຍັງບໍ່ທັນໄດ້ມີໂອກາດຮຽນຕໍ່. ຕອນນີ້ທຶນຮຽນລະດັບປະລິນຍາຕີ ມູນນິທິເກື້ອຝັນເດັກໄດ້ປະກາດໃຫ້ສະໜັກແລ້ວ ທຶນນີ້ແມ່ນຮຽນຟຣີຈົນຈົບ ລະດັບປະລິນຍາຕີ ໂອກາດດີໆທີ່ທຸກຄົນສາມາດຮັບມັນໄດ້ ຢ່າພາດໂອກາດດີແບບນີ້ ເຂົ້າໄປອ່ານເບິ່ງລາຍລະອຽດໃນເພຈ ແລະ ປະກອບເອກະສານປະໄວ້ໃຫ້ພ້ອມ. ————————————————————– #ແຈ້ງການດ່ວນຕອນນີ້ ທຶນການສຶກສາລະດັບປະລິນຍາຕີສຳລັບນັກສຶກສາລາວ ສົກຮຽນ 2020 -2021 ເປີດຮັບສະໝັກແລ້ວ ເຊິ່ງມີ 2 ທາງເລືອກໃນການສະໝັກທຶນ. ກະລຸນາເລືອກທາງເລືອກທີ່ດີທີ່ສຸດສຳລັບທ່ານໃນການສະໝັກທຶນຄື: ✔️ ທາງເລືອກທີ 1: ດາວໂຫລດແບບຟອມໄດ້ຈາກ ລິ້ງ  ປິ່ນແບບຟອມ, ປະກອບແບບຟອມໃຫ້ສົມບູນ ແລ້ວສະແກນໃບສະໝັກສົ່ງໄປທີ່ ອີເມລ: cdusplb@gmail.com ✔️ ທາງເລືອກທີ 2: ຫຼືສະໝັກອອນລາຍຜ່ານ Google Form ທີ່ລິ້ງ:  ປິດຮັບສະໝັກວັນທີ່ 31 ສິງຫາ 2020. ຫາກທ່ານມີສິ່ງໃດບໍ່ເຂົ້າໃຈ ສາມາດຕິດຕໍ່ສອບຖາມໄດ້ທີ່ ເຟສບຸກເພຈ: https://www.facebook.com/CDHELaos/ ຫຼື ອີເມລ cdusplb@gmail.com

ເຊີນຂຽນບົດຄວາມເຂົ້າຮ່ວມແຂ່ງຂັນປະຈຳປີ 2020 ຫົວຂໍ້ ຈົດໝາຍຈາກຕົວຂ້ອຍໃນປີ 2030

ແຈ້ງການ ເຖິງ ສະມາຊິກຊາວໜຸ່ມ ໃນຂອບເຂດທົ່ວປະເທດ! ເລື່ອງ:​ການຂຽນບົດຄວາມເຂົ້າຮ່ວມແຂ່ງຂັນປະຈຳປີ 2020 ໃນຫົວຂໍ້ ຈົດໝາຍຈາກຕົວຂ້ອຍໃນປີ 2030 ( A letter from myself in 2030) ລາງວັນທີ 1:​ໄດ້ຮັບໃບຢັ້ງຢືນ ແລະ ເງີນມູນຄ່າ 100,000 ເຢັນ (ສະກຸນເງີນຍີ່ປຸ່ນ)ລາງວັນທີ 2:​ໄດ້ຮັບໃບຢັ້ງຢືນ ແລະ ເງີນມູນຄ່າ 50,000 ເຢັນ (ສະກຸນເງີນຍີ່ປຸ່ນ)ລາງວັນທີ 3:​ໄດ້ຮັບໃບຢັ້ງຢືນ ແລະ ຂອງລາງວັນ ມີ 5 ລາງວັນ ກຳນົດສົ່ງບົດຄວາມເລີ່ມມື້ນີ້ ຈົນຮອດ 15 ມິຖຸນາ 2020ລາຍລະອຽດອ່ານໄດ້ໃນແຈ້ງການສອບຖາມຂໍ້ມູນເພີ່ມຕື່ມໂທ 021 416727

Scroll to top