ບຸກຄົນສຳຄັນແຫ່ງປີ 2019 ເກຼຕາ ທັນເບີກ ອາຍຸພຽງ 16 ປີ ເທົ່ານັ້ນ!

ພາບປະກອບ

ນິຕະຍະສານທາມ ໄດ້ຍົກໃຫ້ ເກຼຕາ ທັນເບີກ ເດັກໄວລຸ່ນຍິງຊາວສະວີເດັນ ອາຍຸ 16​ ປີ ນັກເຄື່ອນໄຫວ ເພື່ອບັນຫາການປ່ຽນແປງສະພາບພູມອາກາດ ເປັນບຸກຄົນແຫ່ງປີ 2019.

ພາບປະກອບ

ນິຕະຍະສານທາມ ກ່າວໃນວັນພຸດວ່າ ເກຼຕາ ທັນເບີກ ປະສົບຄວາມສຳເລັດໃນການປ່ຽນ ແປງທັດສະນະຄະຕິຂອງຄົນທົ່ວໂລກ ແລະປ່ຽນຄວາມຢ້ານກົວ ຂອງຄົນນັບລ້ານ ໃຫ້ກາຍ ເປັນການເຄື່ອນໄຫວ ເພື່ອສ້າງການປ່ຽນແປງຢ່າງຮີບດ່ວນ.

ພາບປະກອບ

ເກຼຕາ ທັນເບີກ ສ້າງແຮງບັນດານໃຈໃຫ້ກັບຜູ້ຄົນໃນທົ່ວໂລກ ດ້ວຍການເລີ່ມປະທ້ວງຢູ່ໜ້າອາຄານລັດຖະສະພາສະວີເດັນ ຮ່ວມກັບໝູ່ນັກຮຽນ ເມື່ອເດືອນສິງຫາປີແລ້ວ ຕໍ່ມາລາວ ແລະໝູ່ນັກຮຽນ ໄດ້ປະທ້ວງ ດ້ວຍການຢຸດຮຽນຢ່າງຕໍ່ເນື່ອງທຸກໆວັນສຸກ.

ພາບປະກອບ

ເພື່ອຮຽກຮ້ອງໃຫ້ລັດຖະບານຫັນມາສົນໃຈກັບບັນຫາການປ່ຽນແປງຂອງສະພາບພູມອາ ກາດໂລກຫຼາຍຂຶ້ນ!!! ພາຍໃຕ້ຫົວຂໍ້ ” Fridays For The Future ” ແລະກາຍເປັນເຮັງບັນດານໃຈ ໃຫ້ເກີດການຂະບວນຍ່າງໃນລັກສະນະດຽວກັນໃນທົ່ວໂລກ.

ແລະເລື່ອງຂອງລາວ ທີ່ຜູ້ຄົນຈື່ຈຳທີ່ສຸດຄື ການຂຶ້ນກ່າວຕຳໜິຜູ້ນຳໂລກ ໃນການປະຊຸມວ່າດ້ວຍການດຳເນີນການດ້ານສະພາບພູມອາກາດ ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ນະຄອນນິວຢອກ.

ພາບປະກອບ

ຂໍ້ຄວາມວ່າ:

ຂ້ອຍບໍ່ຄວນຢູ່ບ່ອນນີ້! ຂ້ອຍຄວນຈະຢູ່ໃນຫ້ອງຮຽນທີ່ຢູ່ຝັ່ງໜຶ່ງຂອງມະຫາສະໝຸດ ແຕ່ພວກເຈົ້າພັດໂຍນຄວາມຫວັງມາໃຫ້ກັບພວກເຮົາຄົນລຸ່ນໃໝ່……”

ເກຼຕາ ທັນເບີກ ກາຍເປັນບຸກຄົນອາຍຸນ້ອຍທີ່ສຸດໃນໂລກ ທີ່ໄດ້ຮັບການຍົກຍ້ອງໃຫ້ເປັນບຸກຄົນແຫ່ງປີ ຈາກນິຕະຍະສານທາມ.

ເກຼຕາ ທັນເບີກ ໄດ້ຮັບການສະເໜີຊື່ເຂົ້າຮັບລາງວັນໂນເບວ ສາຂາສັນຕິພາບ ໃນປີ 2019

ແຫຼ່ງຂໍ້ມູນ: ວີໂອເອໄທ VOA THAI

ບຸກຄົນສຳຄັນແຫ່ງປີ 2019 ເກຼຕາ ທັນເບີກ ອາຍຸພຽງ 16 ປີ ເທົ່ານັ້ນ!
Scroll to top