ລວມອົງການຈັດຕັ້ງທາງສັງຄົມ ຂອງ ສປປລາວ (ໝວດອັກສອນ Q R)

ສະມາຄົມຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດຂອງຄົນພິການ ແລະ ຜູ້ລອດຊີວິດຈາກລະເບີດ (ສຟພລ)

ປີສ້າງຕັ້ງ2011
ປະເພດອົງກອນສະມາຄົມບໍ່ຫວັງຜົນກໍາໄລ
ອຳນວຍການທ່ານ ທຸມມີ ສີລຳພັນ
ມືຖື: (+856)-(020)-5559 1299, 5919 1128
ອີເມລ: thoummysilamphan@gmail.com
ຜູ້ປະສານງານຫລັກ
Office address & contactບ້ານໂພນສະຫວັນໄຊ, ເມືອງແປກ, ແຂວງຊຽງຂວາງ, ສປປ ລາວ.
ໂທລະສັບ: (+856)-(061)-211 124
ອີເມລ: qualifasc@gmail.com
ພາລະກິດ– ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ລອດຊີວິດຈາກລະເບີດ ແລະ ຄົນພິການ;
– ຊ່ວຍເຫຼືອດ້ານການປິ່ນປົວດ້ານການຢາ, ຈິດໃຈ, ການບຳບັດ, ການສຶກສາ, ການຊອກວຽກເຮັດງານທຳ ແລະ ການພັດທະນາວິຊາຊີບຕ່າງໆ
ເພື່ອໃຫ້ມີສ່ວນຮ່ວມທາງດ້ານເສດຖະກິດ ແລະ ສັງຄົມຂອງກຸ່ມເປົ້າໝາຍ.
ເປົ້າໝາຍຫລັກ– ສົ່ງເສີມສິດທິຄວາມເປັນພິການ ແລະ ການມີສ່ວນຮ່ວມຂອງຄົນພິການ ແລະ ຜູ້ລອດຊີວິດຈາກລະເບີດໃນຊຸມຊົນ, ເພີ່ມທະວີການເຂົ້າຫາການບໍລິການທ້າງດ້ານການຢາ ແລະ ການປິ່ນປົວບຳບັດ ແລະ ບໍລິການອື່ນໆໃຫ້ກຸ່ມເປົ້າໝາຍ, ຊ່ວຍເຫຼືອທາງດ້ານການສຶກສາໃຫ້ກຸ່ມເປົ້າໝາຍ, ສົ່ງເສີມກິດຈະກຳສ້າງລາຍຮັບເພື່ອລົບລ້າງຄວາມທຸກຍາກຂອງກຸ່ມເປົ້າໝາຍ, ສືບຕໍ່ເສີມສ້າງຄວາມເຂັ້ມແຂງໃຫ້ທິມງານຂອງສະມາຄົມ QLA ເພື່ອໃຫ້ກາຍເປັນອົງກອນທີ່ມີຄວາມຍຶນຍົງ, ຂົນຂວາຍທືນຮອນໃຫ້ອົງກອນໃນການຈັດຕັ້ງປະຕິບັດວຽກ.
ກຸ່ມເປົ້າໝາຍຜູ້ລອດຊີວິດຈາກລະເບີດ, ຜູ້ດ້ອຍໂອກາດ, ຄົນທຸກຍາກ, ຄົນພິການ, ຊຸມຊົນຫ່າງໄກຊອກຫຼີກ.
ຂະແໜງການກະສິກຳ, ການສຶກສາ, ການສ້າງຂີດຄວາມສາມາດ, ການສ້າງລາຍຮັບ, ພັດທະນາຊຸມຊົນ, ສາທາລະນະສຸກ, ສິດທິມະນຸດ
ແຂວງຊຽງຂວາງ

ສະມາຄົມ ສົ່ງເສີມ ຄວາມຮູ້ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາ ຊົນນະບົດ (ສສຄພຊ)

ປີສ້າງຕັ້ງ2012
ປະເພດອົງກອນສະມາຄົມບໍ່ຫວັງຜົນກໍາໄລ
ອຳນວຍການທ່ານ ສີສະຫວາດ ຈັນທະລືໄຊ
ມືຖື: (+856)-(020)-2224 8592
ອີເມລ: sisavath@rrdtc.org
ຜູ້ປະສານງານຫລັກທ່ານ ວົງພູມາ ອູ່ທອງຄໍາ
ມືຖື: (+856)-(020)-9616 2424
ອີເມລ: training@rrdtc.org
Office address & contactຖະນົນ 23 ສິງຫາ, ຊັ້ນ 3 ຕຶກສູນພັດທະນາກໍມະບານລາວ, ຫ້ອງ 305 ບ້ານໜອງບອນ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ສປປ ລາວ.
ໂທລະສັບ: (+856)-(021)-453 091
ອີເມລ: admin@rrdtc.org
ພາລະກິດໃຫ້ເດັກນອ້ຍຢູ່ຊົນນະບົດໄດ້ຮັບການສຶກສາທີ່ມີຄຸນນະພາບ ໂດຍສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກຢູ່ໃນຊຸມຊົນ
ເປົ້າໝາຍຫລັກໃຫ້ຊຸມຊົນ ແລະ ເດັກນ້ອຍໃນລາວ ມີຄວາມຮູ້ ແລະ ສາມາດເຂົ້າເຖິງສິດທິພື້້ນຖານຂອງເດັກ ແລະ ມີຊີວິເປັນຢູ່ທີດີ.
ກຸ່ມເປົ້າໝາຍເດັກ, ຜູ້ຍິງ, ຄົນດ້ອຍໂອກາດ, ຊົນກຸ່ມນ້ອຍ, ຊຸມຊົນຫ່າງໄກຊອກຫຼີກ
ຂະແໜງການການສຶກສາ, ການສ້າງຂີດຄວາມສາມາດ, ການສ້າງລາຍຮັບ, ບົດບາດຍິງຊາຍ, ປົກປ້ອງສັງຄົມ, ປ່າໄມ້, ພັດທະນາຊຸມຊົນ, ສິດທິມະນຸດ
ແຂວງຄຳມ່ວນ, ນະຄອນຫລວງວຽງຈັນ, ສາລະວັນ, ໄຊຍະບູລີ

ແຫຼ່ງຂໍ້ມູນ:

ລວມອົງການຈັດຕັ້ງທາງສັງຄົມ ຂອງ ສປປລາວ (ໝວດອັກສອນ Q R)
Scroll to top