ລວມອົງການຈັດຕັ້ງທາງສັງຄົມ ຂອງ ສປປລາວ (ໝວດອັກສອນ T V W)

ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ)

ປີສ້າງຕັ້ງ2012
ປະເພດອົງກອນສະມາຄົມບໍ່ຫວັງຜົນກໍາໄລ
ອຳນວຍການດຣ. ສຸພົນ ໄຊຍະວົງ
ມືຖື: (+856)-(020)-5568 3155
ອີເມລ: souphon.laopfha@gmail.com
ຜູ້ປະສານງານຫລັກທ່ານນາງ ດຣ ມະນີສອນ ອຸດົມ, ຮອງຜູ້ອໍານວຍການ
ມືຖື: (+856)-(020)-5511 6490
ອີເມລ: Manisone.laopfha@gmail.com
Office address & contact243/16 ບ້ານທາດຫຼວງເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທລະສັບ/ແຟັກ: (+856)-(021)-413 261
ອີເມລ: pfha@outlook.com
ພາລະກິດສສສຄ ເປັນອົງກອນນໍາໜ້າໃນດ້ານສຸຂະພາບຄອບຄົວ ແນ່ໃສ່ເຮັດໃຫ້ປະຊາຊົນລາວໄດ້ຮັບຂໍ້ມູນຂ່າວສານທີ່ຖືກ ຕ້ອງ, ທັນສະໄໝດ້ວຍວິທີສ້າງສັນ ແລະ ການບໍລິການທີ່ມີຄຸນນະພາບ ດ້ານສຸຂະພາບຈະເລີນພັນ ໂດຍສົ່ງເສີມບຸກ ຄົນ ຜ່ານການໃຫ້ຄວາມຮູ້, ການປູກຈິດສຳນຶກ ແລະ ການບໍລິການ ລວມທັງປັບປຸງຄຸນນະພາບການບໍລິການ ໃຫ້ກັບກຸ່ມເປົ້າໝາຍ ດ້ວຍການຮ່ວມມື ກັບ ພາກລັດຖະບານ, ພາກສ່ວນກ່ຽວຂ້ອງຕ່າງໆ ແລະ ອົງການຈັດຕັ້ງທາງສັງຄົມ ອື່ນໆ
ເປົ້າໝາຍຫລັກເພື່ອສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິຈະເລີນພັນ ແລະ ໃຫ້ບໍລິການ ສຸຂະພາບຈະເລີນພັນແກ່ ປະຊາຊົນ ໃນການປະກອບສ່ວນຕໍ່ເປົ້າໝາຍພັດທະນາແຫ່ງຊາດຂອງ ສປປ ລາວ ກໍ່ຄືເປົ້າໝາຍພັດທະນາຍືນຍົງ (SDGs)
ເພື່ອລະດົມທຶນຈາກແຫຼ່ງທຶນທັງພາຍໃນ ແລະ ພາຍນອກ ຈາກບຸກຄົນ, ກຸ່ມຄົນ, ຮ້າງ, ຮ້ານ, ອົງກອນ, ແລະ ບໍລິ ສັດ ມາປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ.
ກຸ່ມເປົ້າໝາຍເດັກນ້ອຍ, ແມ່ຍິງ, ຊາຍ, ຄົນດ້ອຍໂອກາດ, ຊົນກຸ່ມນ້ອຍ, ຊຸມຊົນຫ່າງໄກຊອກຫຼີກ, ໄວລຸ້ນ, ຊາວໜຸ່ມ, ປະຊາ ກອນເຄື່ອນຍ້າຍ, ສາວບໍລິການ, ກຸ່ມຄົນບ່ຽງເບນທາງເພດ, ແລະ ຜູ້ຕິດເຊື້ອເຮດສ໌ໄອວີເອດ.
ຂະແໜງການການສ້າງຂີດຄວາມສາມາດ, ການສ້າງລາຍຮັບ, ບົດບາດຍິງຊາຍ, ພັດທະນາຊຸມຊົນ, ສາທາລະນະສຸກ, ສິດທິມະນຸດ, ໂພຊະນາການ
ແຂວງຄຳມ່ວນ, ນະຄອນຫລວງວຽງຈັນ, ບໍ່ແກ້ວ, ຫລວງນ້ຳທາ, ອຸດົມໄຊ

ມູນນິທິ ການສຶກສາເພື່ອການພັດທະນາ

ປີສ້າງຕັ້ງ2013
ປະເພດອົງກອນມູນນິທິ
ອຳນວຍການທ່ານ ຄຳຮຽນ ອິນທະຫວາ, ປະທານ
ຜູ້ປະສານງານຫລັກທ່ານ ຄຳຮຽນ ອິນທະຫວາ
ມືຖື: (+856)-(020)-2222 2526
ອີເມລ: khamhiane@gmail.com
Office address & contact335/26 ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທລະສັບ: (+856)-(021)-222 720
ອີເມລ: info@edflao.org
ພາລະກິດ1. ສະໜັບສະໜູນທຶນ ແລະ ສ້າງໂອກາດທາງການສຶກສາໃຫ້ແກ່ຜູ້ດ້ອຍໂອກາດ, ທຸກຍາກຂາດເຂີນຢູ່ໃນປະເທດລາວໃຫ້ໄດ້ເຂົ້າໂຮງຮຽນ;
2. ສົ່ງເສີມໃຫ້ນັກຮຽນມີວິຊາອາຊີບທີ່ສາມາດກຸ້ມຕົນເອງ ແລະ ພ້ອມກັນນັ້ນກໍ່ສາມາດຊ່ວຍພັດທະນາຄອບຄົວ ແລະ ຊຸມຊົນຂອງຕົນເອງ
ໄດ້;
3. ສ້າງພື້ນຖານໂຄງລ່າງຂັ້ນພື້ນຖານທາງດ້ານການສຶກສາ ເຊັ່ນ: ໂຮງຮຽນ, ຫໍສະໝຸດ, ຫ້ອງນ້ຳ, ເດີ່ນກິລາ ແລະ ອື່ນໆທີ່ຈຳເປັນ;
4. ສົ່ງເສີມຄວາມຕື່ນຕົວຂອງປະຊາຊົນໃນເຂດຊົນນະບົດກ່ຽວກັບຄວາມສຳຄັນຂອງການສຶກສາ;
5. ເປັນຊື່ກາງໃນການປະສານງານລະຫວ່າງຄວາມຕ້ອງການໃນການພັດທະນາວຽກງານການສຶກສາຂອງທ້ອງຖີ່ນ ແລະ ການຊ່ວຍເຫຼືອຂອງ
ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ.
ເປົ້າໝາຍຫລັກ
ກຸ່ມເປົ້າໝາຍເດັກ, ຜູ້ຍິງ, ຄົນດ້ອຍໂອກາດ, ຄົນພິການ, ຊຸມຊົນຫ່າງໄກຊອກຫຼີກ ແລະ ບຸກຄະລາກອນດ້ານການສຶກສາ.
ຂະແໜງການການສຶກສາ
ແຂວງຄຳມ່ວນ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ສາລະວັນ, ຫົວພັນ, ອື່ນໆ, ເຊກອງ, ແຂວງວຽງຈັນ

ສະມາຄົມ ຝຶກອົບຮົມ ແລະ ພັດທະນາ ຊຸມຊົນ (ສຝພຊ)

ປີສ້າງຕັ້ງ2012
ປະເພດອົງກອນສະມາຄົມບໍ່ຫວັງຜົນກໍາໄລ
ອຳນວຍການ
ຜູ້ປະສານງານຫລັກທ່ານ ບຸນບີ ລາສີສະໄໝ
Office address & contactບ້ານຄອນວັດ, ເມືອງລອງແສນ, ແຂວງໄຊສົມບູນ, ສປປ ລາວ.
ມືຖື: (+856)-(020)-5541 0405
ອີເມລ: cdtclaos@yahoo.com
ພາລະກິດຫລຸດຜ່ອນຄວາມທຸກຍາກ ແລະ ປັບປຸງຄຸນນະພາບຊີວິດໃຫ້ດີຂຶ້ນ ສຳຫລັບຜູ້ດ້ວຍໂອກາດ
ເປົ້າໝາຍຫລັກສະມາຄົມ ຝຶກອົບຮົມ ແລະ ພັດທະນາຊຸມຊົນ ສະຫນອງກິດຈະກຳການຝຶກອົບຮົມດ້ານເຕັກນິກ ແລະ ວິຊາການໃຫ້ແກ່ຊຸມຊົນ ໃນການກະສິກຳເພື່ອຮັກສາສິ່ງແວດລ້ອມໃຫ້ເປັນມິດ, ນ້ຳສະອາດ, ສຸຂະອະນາໄມ, ສຸຂະພິບານ ແລະ ການປັປປຸງທັກສະຊີວິດ. ນອກນີ້ຍັງໄດ້ ກວມລວມເອົາ ການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ອີກດ້ວຍ.
ກຸ່ມເປົ້າໝາຍກຸ່ມຊົນເຜົ່າ, ຄົນພິການ, ຜູ້ດ້ອຍໂອກາດ ທົ່ວປະເທດ
ຂະແໜງການການສ້າງຂີດຄວາມສາມາດ, ການສ້າງລາຍຮັບ, ນ້ຳສະອາດ ແລະ ສຸຂະພິບານ, ປ່າໄມ້, ສິ່ງແວດລ້ອມ
ແຂວງຄຳມ່ວນ, ຈຳປາສັກ, ຊຽງຂວາງ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ບໍ່ແກ້ວ, ຜົ້ງສາລີ, ສະຫວັນນະເຂດ, ສາລະວັນ, ຫລວງນ້ຳທາ, ຫລວງພະບາງ, ຫົວພັນ, ອັດຕະປື, ອຸດົມໄຊ, ເຊກອງ, ແຂວງວຽງຈັນ, ໄຊຍະບູລີ, ໄຊສົມບູນ

ສະມາຄົມພັດທະນາໄວໜຸ່ມຜູ້ດ້ອຍໂອກາດ (ສພວດ)

ປີສ້າງຕັ້ງ2001
ປະເພດອົງກອນສະມາຄົມບໍ່ຫວັງຜົນກໍາໄລ
ອຳນວຍການທ່ານນາງ ພັນນາລີ ເທບພະວົງສາ, ປະທານ
ອີເມລ: phannaly@gmail.com
ໂທ: (+856)-(020) 22444 898
ຜູ້ປະສານງານຫລັກທ່ານ ຄໍາມະນີ ຄໍາພູມີ
ມືຖື: (+856)-(020) 55614371
ອີເມລ: kham_kh@yaho.com
Office address & contactເລກທີ່ 396, ບ້ານໂນນແສງຈັນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທ/ແຟັກ: (+856)-(021)-771 399
ເວັບໄຊ: www.vydalaos.weebly.com
ມືຖື: (+856)-(020)-2222 8907 ອີເມລ: chanthakhone@gmail.com
ພາລະກິດສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດຂັ້ນທ້ອງຖິ່ນຜູ້ຮັບຜິດເດັກ-ໄວໜຸ່ມ ທີ່ພົວພັນກັບສິດທິເດັກ, ສິ່ງເວດລ້ອມ, ວິຊາຊີບຂັ້ນພື້ນ ຖານ. ສົ່ງເສີມເດັກ-ໄວໜຸ່ມ ໂດຍສະເພາະເດັກ ຍິງຜູ້ດ້ອຍໂອກາດ ໃຫ້ເຂົ້າເຖິງຂໍ້ມູນໂດຍຜ່ານສິລະປະ-ວັດທະ ນະທໍາ ໃຫ້ເຂົາເຈົ້າມີ ຄວາມສາມາດປ້ອງກັນຕົນເອງແລະຊ່ວຍ ເຫຼືອໝູ່ເພື່ອນ ໃຫ້ມີຄວາມປອດໄພຈາກການຄ້າຂາຍ, ປ້ອຍດ່າ ທາລຸນທຸກຮູບແບບ.
ສ້າງເງື່ອນໄຂໃຫ້ຄອບຄົວຂອງເດັກດ້ອຍໂອກາດໄດ້ສ້າງເສດ ຖະກິດຄອບຄົວ, ສະໜອງອຸປະກອນການສຶກສາ ແລະ ເຄື່ອງ ນຸ່ງຫົ່ມ ເພື່ອສົ່ງເສີມເດັກບໍ່ໃຫ້ອອກໂຮງຮຽນ ແລະ ແຕ່ງງານ ກ່ອນໄວອັນຄວນ. ນອກນີ້, ສະມາຄົມຍັງໃຫ້ການຊ່ວຍເຫຼືອເດັກ ທີ່ມີຄວາມສ່ຽງຈາກການຂູດຮີດແຮງງານ, ການຄ້າຂາຍເດັກ ແລະ ເຮັດວຽກຢູ່ສະຖານທີ່ໃຊ້ສານເຄມີ, ຮ້ານບັນເທິງ, ຮ້ານເຫຼົ້າ, ຮ້ານເບຍ, ສວນຢາງພາລາໃຫ້ກັບຄືນມາຢູ່ບ່ອນປອດໄພ ແລະ ກັບຄືນມາເຂົ້າໂຮງຮຽນ.
ເປົ້າໝາຍຫລັກປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດໜຸ່ມຜູ້ດ້ອຍໂອກາດໃຫ້ມີຊີວິດທີ່ດີຂື້ນ ເພື່ອຫລຸດຜ່ອນຄວາມທຸກຈົນ.
ກຸ່ມເປົ້າໝາຍເດັກຍິງ – ຊາຍຜູ້ດ້ອຍໂອກາດເຂດຊົນນະບົດ ແລະ ເດັກພິການ.
ຂະແໜງການການສຶກສາ, ກົດໝາຍ, ພັດທະນາຊຸມຊົນ, ສາທາລະນະສຸກ, ສິດທິມະນຸດ, ສິ່ງແວດລ້ອມ
ແຂວງຄຳມ່ວນ, ຈຳປາສັກ, ຊຽງຂວາງ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ບໍ່ແກ້ວ, ຜົ້ງສາລີ, ສະຫວັນນະເຂດ, ສາລະວັນ, ຫລວງນ້ຳທາ, ຫລວງພະບາງ, ຫົວພັນ, ອັດຕະປື, ອຸດົມໄຊ, ເຊກອງ, ແຂວງວຽງຈັນ, ໄຊຍະບູລີ, ໄຊສົມບູນ

ສະມາຄົມ ພັດທະນາ ແລະ ສົ່ງເສີມວິຊາຊີບ ຄົນພິການຕາ (ສພສຕ)

ປີສ້າງຕັ້ງ2012
ປະເພດອົງກອນສະມາຄົມບໍ່ຫວັງຜົນກໍາໄລ
ອຳນວຍການທ່ານ ແອແກ້ວ ກຸມະນີວົງ
ມືຖື: (+856)-(020)-9999 3423
ຜູ້ປະສານງານຫລັກທ່ານນາງ ແກ້ວອຸດອນ ທັດສິດ
ມືຖື: (+856)-(020)-2981 3443
ອີເມລ: vdba.lao@gmail.com
Office address & contactບ້ານໂພນໄຊ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທລະສັບ: (+856)-(030)-524 8979
ອີເມລ: vdba.lao@gmail.com
ພາລະກິດ• ຄົ້ນຄວ້າ, ປັບປຸງຄະນະບໍລິຫານງານ ແລະ ລະບົບການບໍລິຫານງານຂອງສະມາຄົມໃຫ້ເຂັ້ມແຂງ;
• ສ້າງຂີດຄວາມສາມາດໃຫ້ພະນັກງານການການຄຸ້ມຄອງ-ບໍລິຫານການເງິນ, ການຕິດຕາມ-ປະເມີນ ແລະ ການສະຫລຸບ-ລາຍງານ;
• ສົ່ງເສີມສິດທິພື້ນຖານ, ບົດບາດຍິງ-ຊາຍ, ສ້າງຄວາມເຂັ້ມແຂງເພື່ອພັດທະນາດ້ານວິຊາຊີບ ແລະ ການບໍລິການ ພ້ອມທັງເຄື່ອງມື ແລະ
ຄູ່ມືເພື່ອເຝິກອົບຮົມທັກສະຕ່າງໆໃຫ້ແກ່ຄົນພິການຕາ;
• ດຳເນີນຂະບວນການໃນສ້າງສູນເຝິກອົບຮົມ ແລະ ພັດທະນາວິຊາຊີບຄົນພິການຕາ;
• ສ້າງຄວາມເຂັ້ມແຂງໃນດ້ານການລະດົມທຶນ ເພື່ອຄວາມຢືນຍົງຂອງອົງກອນ.
ເປົ້າໝາຍຫລັກ
ກຸ່ມເປົ້າໝາຍຄົນພິການຕາທີ່ດ້ອຍໂອກາດ
ຂະແໜງການການສຶກສາ, ການສ້າງຂີດຄວາມສາມາດ, ບົດບາດຍິງຊາຍ, ພັດທະນາຊຸມຊົນ, ສິດທິມະນຸດ
ແຂວງຈຳປາສັກ, ນະຄອນຫລວງວຽງຈັນ

ສະມາຄົມ ຄົນພິການ ນະຄອນຫຼວງວຽງຈັນ (ສພນວ)

ປີສ້າງຕັ້ງ2013
ປະເພດອົງກອນສະມາຄົມບໍ່ຫວັງຜົນກໍາໄລ
ອຳນວຍການທ່ານ ສິງຄຳ ຕະກຸນພັກ, ປະທານ
ຜູ້ປະສານງານຫລັກທ່ານ ສິງຄຳ ຕະກຸນພັກ
ມືຖື: (+856)-(020)-5561 6685
ອີເມລ: singkhamvcdpa2015@gmail.com
Office address & contactຖະໜົນມິດຕະພາບລາວ-ໄທ, ຮ່ອມ 7, 163/11 ບ້ານທົ່ງກາງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ.
ພາລະກິດເປັນອົງກອນທີ່ມີຄວາມຮັບຜິດຊອບສູງຕໍ່ການໃຫ້ບໍລິການ ແລະ ສະໜັບສະໜູນຜູ້ຜິການ ແລະ ຄອບຄົວ ເພື່ອຍົກສູງມາດຖານການດຳລົງຊີວິດຂອງເຂົາເຈົ້າໃຫ້ດີຂື້ນ.
ເປົ້າໝາຍຫລັກ
ກຸ່ມເປົ້າໝາຍຄົນພິການໃນນະຄອນຫຼວງ
ຂະແໜງການການສ້າງຂີດຄວາມສາມາດ, ການສ້າງລາຍຮັບ
ແຂວງນະຄອນຫລວງວຽງຈັນ

ສະມາຄົມ ອະນຸລັກ ສັດປ່າ

ປີສ້າງຕັ້ງ2013
ປະເພດອົງກອນສະມາຄົມບໍ່ຫວັງຜົນກໍາໄລ
ອຳນວຍການປອ ຈັດທະວີ ວົງຄຳແຫງ
ມືຖື: (+856)-(020)-5432 1123, 2220 7999
ອີເມລ: cvongkhamheng@gmail.com
ຜູ້ປະສານງານຫລັກທ່ານ ຄຳບອນ ຜາສຸກ
ມືຖື: (+856)-(020)-5563 7987
ອີເມລ: khambonephasouk@gmail.com
Office address & contactຖະໜົນໄກສອນ ພົມວິຫານ, ບ້ານໂພນເຄັງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ.
ພາລະກິດສະໜັບສະໜູນ ແລະ ຊຸກຍູ້ນັກອະນຸລັກອະນຸຊົນລຸ້ນຫລັງເປັນມືອາຊີບ ໃນການອະນຸລັກສັດປ່າ ແລະ ປະຕິບັດໜ້າວຽກຮ່ວມກັບລັດຖະບານຂອງ ສປປ ລາວ ແລະ ບັນດາຊຸມຊົນທ້ອງຖິ່ນ ເພື່ອສົ່ງເສີມການອະນຸລັກໃນເຂດເປົ້າຫມາຍ ໂດຍນໍາໃຊ້ວິທີການແບບມີສ່ວນຮ່ວມໃນເຊີງວິທະຍາສາດ.
ເປົ້າໝາຍຫລັກການປົກປັກຮັກສາ ສັດປ່າ ແລະ ປ່າໄມ້ ໃນທົ່ວຜືນແຜ່ນດິນ ສປປ ລາວ ເພີ່ມທະວີສູງຂຶ້ນໂດຍຄົນລາວໄວລຸ້ນຍົກໃໝ່ ເພື່ອຜົນປະໂຫຍດຕໍ່ສັງຄົມລາວ ຢ່າງຫມັ້ນຄົງຖາວອນ.
ກຸ່ມເປົ້າໝາຍທຸກຊັ້ນຄົນ
ຂະແໜງການປ່າໄມ້, ສິ່ງແວດລ້ອມ
ແຂວງຄຳມ່ວນ, ຈຳປາສັກ, ຊຽງຂວາງ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ບໍ່ແກ້ວ, ຜົ້ງສາລີ, ສະຫວັນນະເຂດ, ສາລະວັນ, ຫລວງນ້ຳທາ, ຫລວງພະບາງ, ຫົວພັນ, ອັດຕະປື, ອຸດົມໄຊ, ເຊກອງ, ແຂວງວຽງຈັນ, ໄຊຍະບູລີ, ໄຊສົມບູນ

ແຫຼ່ງຂໍ້ມູນ:

ລວມອົງການຈັດຕັ້ງທາງສັງຄົມ ຂອງ ສປປລາວ (ໝວດອັກສອນ T V W)
Scroll to top