ສຳເລັດແລ້ວ! ອາທິດທີ 8 ໂຄງການສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ມູນນິທິຮ່ວມໃຈທຳ ໄດ້ຕັ້ງໂຄງການໜຶ່ງຂຶ້ນ ຊື່ວ່າ ໂຄງການແບ່ງປັນຄວາມຮູ້ ເຊິ່ງເປີດໂອ ກາດໃຫ້ບັນດາອາສາສະໝັກທົ່ວໄປ ເພື່ອເຂົ້າມາສອນພາສາຈີນແລະພາສາອັງກິດ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ໂດຍເນັ້ນການສິດສອນແບບນຳໃຊ້ເພື່ອການສື່ສານໂດຍສະເພາະ ງ່າຍໆ ເຂົ້າໃຈໄວ.
ເຊິ່ງມີນັກຮຽນທັງໝົດ 100 ກວ່າຄົນ

ເລີ່ມເປີດໂຄງການມາ ແຕ່ວັນທີ່ 7.12.2019 ໂດຍເອົາວັນເສົາ-ອາທິດ

ເຊິ່ງເປັນອາທິດທີ 8 ຂອງໂຄງການ ວັນທີ່…….. /3/2020.

ອາທິດນີ້, ໄດ້ມີການມອບລາງວັນໃຫ້ແກ່ນັກຮຽນຜູ້ທີ່ຕັ້ງໃຈຮຽນແລະໄດ້ອັນດັບທີດີໃນການສອບເສັງປະຈຳເດືອນ

ແລະນີ້ແມ່ນບັນດາອາສາສະໝັກທີ່ເຂົ້າມາສິດສອນໃນອາທິດຜ່ານມາ:

ນາງຕຸກຕາ ອັງຄະວົງ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
ນາງພັດມະນີ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
ທ.ທອງຄຳ ສຸລິທຳ ອາຍຸ20 ປີ ອາສາສະໝັກສອນພາສາຈີນ ນັກສຶກສາຈາກຄະນະເສດຖະສາດ ປີ1
ທ້າວຟູງເຮີ່ ເປັງເຮີ່ ຄູອາສາ ສອນພາສາຈີນ
ນັກສຶກສາ ສະຖາບັນຂົງຈື
ນ. ປ່ອງ ພະນັກງານບໍລິສັດ ບີດີໂອລາວ
ນາງແສ່ວຄຳ ພະນັກງານ ມູນນິທິ ຮ່ວມໃຈທຳ ຄູອາສາ ສອນພາສາຈີນ ຮຽນຈົບຈາກ ຄະນະວິທະຍາສາດສັງຄົມ ພາກວິຊາການທ່ອງທ່ຽວ ມະຫາວິທະຍາໄລແຫ່ງຊາດ
ສຳເລັດແລ້ວ! ອາທິດທີ 8 ໂຄງການສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ
Scroll to top