
ເກີດມາເປັນຄົນທັງທີເຊື່ອວ່າໝູ່ເພື່ອນກໍຄົງຈະເຄີຍມີຄວາມຮັກ ບາງຄົນກໍມີຄວາມຮັກທີ່ຫວານຊື່ນ ກໍຂໍສະແດງຄວາມຍິນດີນຳຫຼາຍໆ ແຕ່ວ່າບາງຄົນກໍເຈິຮັກທີ່ບໍ່ຄ່ອຍສົມຫວັງ ຮັກພັງຊໍ້າໆຊາກໆ ທັງໆທີ່ບໍ່ຢາກໃຫ້ເປັນແຕ່ມັນກໍເກີດຂຶ້ນເລື້ອຍໆ ແຕ່ຈະເຮັດແນວໃດໄດ້ນໍ້ແນວຄົນມັນບໍ່ແມ່ນກໍຄືບໍ່ແມ່ນ.
ດັ່ງນັ້ນ ໃນມື້ນີ້ເອົາໃຈໝູ່ເພື່ອນທີ່ມັກ ອົກຫັກ ຕະຫຼອດ… ເຜີແປັບດຽວອົກຫັກເປັນວ່າຫຼິ້ນ ອາການຂອງຄົນອົກຫັກແນ່ນອນເລີຍວ່າ ຕ້ອງມີຄວາມເສຍໃຈ ເສົ້າໃຈ ຮູ້ສຶກໝົດອາໄລຕາຍຢາກ ບໍ່ເປັນອັນກິນອັນນອນ ຈະເຮັດຫຍັງກໍຄິດຫາແຕ່ຄົນຮັກທີ່ເຂົາບໍ່ມີແມ້ແຕ່ຈະຫຼຽວກັບມາສົນໃຈເຮົາ, ໂອ່ຍ!!! ບໍ່ຕ້ອງເສຍໃຈໄປເດີ້ ມັນກໍເປັນເລື່ອງທຳມະດາຂອງຊີວິດມະນຸດເຮົາ ໃຫ້ຄິດສະວ່າມັນເປັນເກມຊີວິດເດີ້ ຊີວິດເຮົາຈະໄດ້ມີລົດຊາດຂຶ້ນ ລອງປັບຄວາມຄິດ ແລະ ເປີດໃຈຮັບສິ່ງໃໝ່ເຂົ້າມາ ແລະ ເຈົ້າຈະໄດ້ຮູ້ວ່າແທ້ໆແລ້ວ ຄວາມສຸກທີ່ແທ້ຈິງຢູ່ບໍ່ໄກຈາກເຮົາ
- ຮັກຕົວເອງໃຫ້ເຕັມທີ່
ໄດ້ເວລາປ່ຽນແປງຕົວເອງອີກຄັ້ງ ຄົນເຮົາຄວນມີພັດທະນາການທີ່ດີຂຶ້ນເລື້ອຍໆ ໃນທຸກໆມື້ ບໍ່ວ່າຈະເປັນເລື່ອງຫຍັງກໍແລ້ວແຕ່ ຍິ່ງເມື່ອທີ່ເຮົາອົກຫັກ ການປ່ອຍໃຫ້ຕົວເອງຈົມຢູ່ກັບອະດີດທີ່ເຈັບປວດ ບໍ່ໄດ້ເຮັດໃຫ້ຫຍັງດີຂຶ້ນມາເລີຍ ແຕ່ການລຸກຂຶ້ນມາພົບເຈິກັບຄວາມເປັນຈິງຕ່າງຫາກລະທີ່ເຮັດໃຫ້ເຮົາດີຂຶ້ນ ຊ່ວງເວລານີ້ເປັນຊ່ວງທີ່ເໝາະສົມທີ່ສຸດທີ່ເຮົາຄວນຫັນກັບມາຮັກຕົວເອງ ຫຼື ຈະຊອກຫາຄວາມຮູ້ເພີ່ມເຕີມເຊັ່ນໄປຊອກຮຽນພາສາ ຮຽນຄອສອອນລາຍເພື່ອຕໍ່ຍອດເຮັດທຸລະກິດ ຫຼຶຈະຫາກິດຈະກຳເຮັດເຊັ່ນ ອອກກຳລັງກາຍ ຮ້ອງເພງ ເຕັ້ນ ຫຼຶ ເຮັດສິ່ງທີ່ເຮົາມັກໃຫ້ເຕັມທີ່ໄປເລີຍ.
2. ມີເວລາພົບເຈິຄອບຄົວ ໝູ່ ຫຼາຍຂຶ້ນ
ເຖິງແມ່ນວ່າຈະພະຍາຍາມຫາເວລາເຈິໝູ່ຫຼືພໍ່ແມ່ ໃນເວລາທີ່ຄົບກັນເປັນແຟນຢູ່ແລ້ວ ແຕ່ເຊື່ອເລີຍວ່າເວລາທີ່ໃຫ້ຄອບຄົວ ແລະ ໝູ່ຕ້ອງໜ້ອຍກວ່າແຟນແນ່ນອນ ເພາະສະນັ້ນໃນເວລານີ້ເຈົ້າໂຕຄົນດຽວແລ້ວ ຫາກໍໂສດໝາດໆ ຢ່າປ່ອຍເວລາໄປກັບຄວາມເສົ້າ ອອກມາຮັບຄວາມສຸກ ແລະ ກຳລັງໃຈຈາກຄົນອ້ອມຂ້າງຈະດີກວ່າ ແລະຈະໄດ້ຮັບພະລັງ ແລະ ກຳລັງໃຈທີ່ດີຈາກຄົນກຸ່ມນີ້ທີ່ພວກເຂົາຫວັງດີກັບເຈົ້າສະເໝີ.
3. ເຝິກແກ້ບັນຫາດ້ວຍຕົວເອງ
ກ່ອນໜ້ານີ້ທຸກເທື່ອທີ່ເຈິບັນຫາ ບໍ່ວ່າຈະເປັນເລື່ອງເລັກໜ້ອຍ ຫຼື ເລື່ອງໃຫ່ຍຊໍ່າໄດ ຄົນທຳອິດທີ່ເຈົ້າຈະຄິດຫາ ແລະ ລົມນຳກໍຄືແຟນ ແຕ່ໃນມື້ນີ້ແຟນບໍ່ຢູ່ແລ້ວ ບັນຫາຕ່າງໆກໍຍັງຄົງເຂົ້າມາຢູ່ເລື້ອຍໆ ແຕ່ຕ້ອງເດີນໜ້າຈັດການກັບບັນຫາພຽງຄົນດຽງ ບາງເທື່ອຄວາມເຂັ້ມແຂັງຂອງຄົນ ກໍລ້ວນແຕ່ຕ້ອງມາຈາກການຮຽນຮູ້ແລະແກ້ໄຂບັນຫາພຽງຄົນດຽວ ດັ່ງນັ້ນຕ້ອງຫັດເຮັດເອງ ຄິດເອງໄດ້ແລ້ວ ເພາະຊີວິດເຮົາເປັນຂອງເຮົາໆຕ້ອງຈັດການເອງ.

4.ມ່ວນໄປກັບໂລກກວ້າງ ແລະ ໝູ່ໃໝ່
ຮອດເວລາແລ້ວທີ່ຈະໄດ້ໃຊ້ຊີວິດອິດສະຫຼະຢ່າງເຕັມທີ່ ແນະນຳໃຫ້ເກັບກະເປົ໋າອອກໄປທ່ອງທ່ຽວສະຖານທີ່ໃໝ່ໆ ຈະເປັນໃນປະເທດຫຼືຕ່າງປະເທດກໍບໍ່ວ່າກັນ ຮັບຮອງວ່ານອກຈາກຈະໄດ້ເຫັນໂລກກວ້າງ ຍັງຈະໄດ້ພົບເຈິກັບຜູ້ຄົນໃໝ່ໆ ໄດ້ແລກປ່ຽນທັດສະນະຄະຕິ ຕະຫຼອດການເດີນທາງອີກດ້ວຍ ການໄດ້ຢູ່ກັບຄົນທີ່ມີຄວາມສຸກ ພະລັງຄວາມສຸກຂອງຄົນເຫຼົ່ານັ້ນຈະເຮັດໃຫ້ເຮົາໄດ້ຮັບຄວາມສຸກໄປນຳ ບໍ່ເຊື່ອລອງເບິ່ງເດີ້…
5. ຄວາມສຸກທີ່ແທ້ຈິງ 100% ບໍ່ຕ້ອງຫາຮ່ວມກັບໃຜ
ເປັນເລື່ອງທຳມະດາທີ່ຄົນເປັນແຟນກັນ ຈະຕ້ອງແຊຮຄວາມສຸກແລະຄວາມທຸກຂອງກັນແລະກັນ ແຕ່ໃນມື້ນີ້ຄວາມຮັກໄດ້ຈົບລົງໄປແລ້ວ ແຕ່ຄວາມສຸກໃນຊີວິດບໍ່ໄດ້ຈົບລົງໄປນຳຢ່າງແນ່ນອນ ຄົ້ນພົບມັນໃຫ້ເຈິ ບໍ່ວ່າຈະດ້ວຍວິທີໄດ ເຮົາຕ້ອງຫາຄວາມສຸກໃນແບບຂອງເຮົາໃຫ້ເຈິ ແລະ ໃຊ້ຊີວິດໃຫ້ເຕັມທີ່.
6. ຄວາມຮັກຄັ້ງຕໍ່ໃນທາງທີ່ດີຂຶ້ນ
ເຈົ້າເຄີຍສັງເກດບໍ່? ຫຼັງຈາກປິດສາກຄວາມຮັກເທື່ອເກົ່າລົງ ການເລີ່ມຕົ້ນເປີດໃຈກັບຄົນໃໝ່ໆ ຈະເປັນໄປໃນທາງທີ່ດີຂຶ້ນສະເໝີ ເຫດຜົນໜຶ່ງກໍຄືເຮົາໃຫ່ຍຂຶ້ນ ເຮົາຈະໄຕ່ຕອງໃຊ້ທັງໃຈ ແລະ ສະໝອງໃນການເລືອກຄົບຄົນທີ່ເຂົ້າມາໃນຊີວິດ ແລະ ຮຽນຮູ້ຂໍ້ຜິດພາດຕ່າງໆ ຂອງຕົວເອງ ໃນລະຫວ່າງທີ່ພັກໃຈຈົນໝົດແລ້ວ ຈຶ່ງເຮັດໃຫ້ຄວາມຮັກຄັ້ງຕໍ່ໄປຂອງເຈົ້າມີແນວທາງວ່າຈະດີຂຶ້ນເລື້ອຍໆແນ່ນອນ.
ທີ່ມາ: Women Mthai Team , https://women.mthai.com/love-sex/single/237800.html
ແຫຼ່ງຂໍ້ມູນ: ເວບໄຊ ວາລະສານຂວັນໃຈ