ເປີດໃຫ້ສະໝັກແລ້ວ!!! ທຶນການສຶກສາ ຈາກລັດຖະບານອິນເດຍ

ພາບປະກອບ

Call for Application: ASEAN-India Research Training Fellowship 2019, India 

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry) ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາວິທະຍາສາດທໍາມະຊາດ ແລະ ວິສະວະກໍາສາດ ໄລຍະ 2 – 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າໃນປະເທດອິນເດຍ. 

ພາບປະກອບ

ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່:

https://aistic.gov.in/ASEAN/aistdfFellowship

ກຳນົດປິດຮັບສະໝັກ/ສົ່ງ Proposal ວັນທີ 31 ທັນວາ 2019.
ເງື່ອນໄຂຜູ້ສະໝັກ: 

  • ຜູ້ສະໝັກຕ້ອງອາຍຸບໍ່ເກີນ 45 ປີ. 
  • ຈົບການສຶກສາໃນລະດັບ ປ. ໂທ ຫຼື ປ. ເອກ ໃນສາຂາທີ່ກ່ຽວຂ້ອງ (ວິທະຍາສາດທຳມະຊາດ ຫຼື ວິສະວະກຳສາດ). 
  • ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ. 
  • ໝາຍເຫດ: – ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນຄ່າປີ້ຍົນໄປ-ກັບ, ຄ່າໃຊ້ຈ່າຍໃນການເຮັດວິໄຈ/ຄົ້ນຄວ້າ, ເງິນແຮ ແລະ ເບ້ຍລ້ຽງຈຳນວນໜຶ່ງ.
ພາບປະກອບ

ແຫຼ່ງຂໍ້ມູນ:

LAO YOUTH RADIO STATION, FM 90.0 MHZ

ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

ເປີດໃຫ້ສະໝັກແລ້ວ!!! ທຶນການສຶກສາ ຈາກລັດຖະບານອິນເດຍ
Scroll to top