ໃບປະກາດແດງຍິງຄົນທໍາອິດ “ກົດໝາຍການປົກຄອງ” ຄະນະນິຕິສາດ ລັດຖະສາດ

“ກິ່ງ ທິບດາພອນ ຫອມສົມບັດ ນັກສຶກສາໃບປະກາດແດງຍິງຄົນທຳອິດຂອງກົດໝາຍການປົກຄອງ ຈາກ ຄະນະນິຕິສາດ ແລະ ລັດຖະສາດ ມຊ”

 ກິ່ງ ທິບດາພອນ ໃຫ້ສໍາພາດ ຕໍ່ທີມງານ FM 90.0 MHz ວ່າ:

ການໄດ້ມາຊຶ່ງໃບກະກາດແດງບໍ່ແມ່ນເລື່ອງທີ່ຍາກເກີນໄປ ແລະ ບໍ່ແມ່ນເລື່ອງທີ່ງ່າຍເກີນໄປສຳລັບທຸກຄົນ.

ສຳລັບການປະສົບຜົນສຳເລັດໃນຄັ້ງນີ້ ກິ່ງໄດ້ບອກວ່າ ແຮງບັນດານໃຈທີ່ສຳຄັນແມ່ນມາຈາກຄອບຄົວ, ຄູອາຈານ ແລະ ຫມູ່ເພື່ອນ ບວກກັບເຕັກນິກໃນການສຶກສາຮໍ່າຮຽນ, ຄວາມຕັ້ງໃຈຄວາມອົດທົນດຸໝັ່ນໃນການຄົ້ນຄວ້າ ບໍ່ວ່າຈະຢູ່ໃນຫ້ອງຮຽນ ແລະ ນອກໂມງຮຽນ ໃນເວລາຮໍ່າຮຽນກໍ່ໄດ້ຕັ້ງໃຈຟັງອາຈານອະທິບາຍ ຈົດບັນທຶກປະເດັນທີ່ສຳຄັນຂອງບົດຮຽນ ຫລັງຈາກນັ້ນກໍ່ໄດ້ທວນຄືນບົດຮຽນເກົ່າ ພ້ອມທັງຄົ້ນຄວ້າໃນສິ່ງໃຫມ່ໆ ແລະ ມີປະເດັນທີ່ບໍ່ຈະແຈ້ງກໍ່ນຳມາຖາມ ອາຈານຄືນ.

ກິ່ງ ທິບດາພອນ ກ່າວຕື່ມອີກວ່າ ຕົນເອງມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບປະກາດສະນີຍະບັດແດງ ໃນຄັ້ງວັນທີ20/9/2019 ທີ່ຜ່ານມາ ພາຍໃຕ້ການຈັດພິທີເຊັນມອບຮັບຂອງພາກວິຊາ ທ່າມກາງການສະແດງຄວາມຍິນດີຂອງຄອບຄົວ ແລະ ຄົນອ້ອມຂ້າງ. ຂໍຂອບໃຈ ຄູບາອາຈານ ແລະ ທຸກໆຄົນທີ່ໃຫ້ການຊ່ວຍເຫຼືອ ໂດຍດີ ຕະຫຼອດມາ. 

ພາບປະກອບ

ແຫຼ່ງຂໍ້ມູນ:

LAO YOUTH RADIO STATION, FM 90.0 MHZ

ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

ໃບປະກາດແດງຍິງຄົນທໍາອິດ “ກົດໝາຍການປົກຄອງ” ຄະນະນິຕິສາດ ລັດຖະສາດ
Scroll to top