
- ຄວາມຢຶດຢຸ່ນທາງປັນຍາ (Cognitive flexibility) ຫຼື ຄວາມສາມາດໃນກາປັບໂຕເຂົ້າກັບສະພາບແວດລ້ອມ ຫຼື ສະຖານະການໃດໜຶ່ງໂດຍບໍ່ຢຶດຕິດ
- ການເຈລະຈາຕໍ່ລອງ (Negotiation) ທັກສະນີ້ແມ່ນເພື່ອເຈລະຈາຂໍ້ຕົກລົງໃດໜື່ງໃຫ້ເປັນ ຫຼື ແບບບົວບໍ່ໃຫ້ຊໍ້ານໍ້າບໍ່່ໃຫ້ຂຸ່ນ
- ວິທີຄິດໃນແງ່ການບໍລິການ (Service orientation) ອາດເອີ້ນວ່າການຄິດທີ່ເນັ້ນຕອບໂຈນຄວາມຕ້ອງການຂອງຜູ້ຮັບບໍລິການນັ້ນເອງ
- ການປະເມີນ ແລະ ການຕັດສີນໃຈ (Judgement and decision making) ເຊິ່ງສອງສິ່ງນີ້້ສາມາດເຮັດຜ່ານຂະບວນການຂັດເລືອກ ແລະ ປຽບທຽມຂໍ້ມູນຢ່າງເປັນລະບົບ
- ຄວາມສະຫຼາດທາງດ້ານອາລົມ (Emotional intelligence ຫຼື EQ) ແມ່ນຄວາມສາມາດໃນການຮັບຮູ້ ແລະ ເຂົ້າໃຈອາລົມຂອງຕົນ ແລະ ການນໍາໃາປັບໃຊ້ຢ່າງສ້າງສັນ.
- ການປະສານງານກັບຄົນອື່ນ (Coordinating with others) ເພາະມັນຮຽກຮ້ອງໃຫ້ມີທັກສະຂັ້ນສູງເພື່ອນຳໄປສູ່ຈຸດພົບກັນ ຫຼື ຄວາມເຂົ້າໃຈກົງກັນແບບໄຮ້ຂໍ້ຂັດແຍ່ງກັບຜູ້ອື່ນ
- ການບໍລິຫານຄົນ (People management) ສາມາດບໍລິຫນຈັດການຄົນດ້ວຍຄວາມເຂົ້າໃຈ, ເຄົາລົບໃນຄວາມຕ່າງ ແລະ ສາມາດປັບໃຊ້ພຶດຕະກຳ ເພື່ອຜົນປະໂຫຍດ ແລະ ການບັນລຸເປົ້າໝາຍຂອງອົງກອນ
- ຄວາມຄິດສ້າງສັນ(Creativity) ຄວາມຄິດລິເລີ່ມສິ່ງໃໝ່ໆ ຫຼື ການພັດທະນາວີທີເຮັດວຽກໃຫ້ໃຫ້ເກີດປະສິດທິພາບ, ປະສິດທີຜົນ ແລະ ຮັບປະກັບໝາກຜົນທີ່ຈັບຕ້ອງໄດ້
- ການຄິດແງ່ວິພາກ ຫຼື ວິເຄາະ (Critical thinking) ເປັນຂະບວນການພິຈາລະນາໂດຍໃຊ້ຂໍ້ມູນທີ່ຫຼາກຫຼາຍເພື່ອຊ່ວຍໃນການຕັດສີນໃຈດ້ວຍເຫດ ແລະ ຜົນ
- ການແກ້ໄຂບັນຫາທີ່ຊັບຊ້ອນ (Complex problem solving) ເປັນການນໍາຄວາມຮູ້ ,ທັກສະ ແລະ ປະສົບການທີ່ມີ ມາປັບໃຊ້ ຫຼື ນຳມາແກ້ໄຂບັນຫາພາຍໃຕ້ເງື່ອນໄຂ/ສະຖານະການທີ່ເຄັ່ງຕຶງ ໃຫ້ສຳເລັດຜົນດ້ວຍດີ.

ແຫຼ່ງຂໍ້ມູນ: CHAMPA POST
10 ທັກສະເຮັດວຽກ ກ່ອນປີ 2020 ເພື່ອການຮັບປະກັນຄວາມໝັ້ນຄົງຂອງອາຊີບການງານ ຫຼື ພັດທະນາໂຕເອງເປັນບຸກຄະລາກອນທີ່ມີຄຸນຄ່າໃນອົງກອນ