10 ພຶດຕິກຳຄວາມຮຸນແຮງຕໍ່ແມ່ຍິງ ທີ່ລະເມີດຕໍ່ກົດໝາຍບ້ານເມືອງ

ພາບປະກອບ

ແມ່ຍິງທັງຫຼາຍຟັງທາງນີ້ ຖ້າໃຜຍັງສົງໄສວ່າ ພຶດຕິກຳໃດແດ່ ທີ່ຖືວ່າເປັນຄວາມຮຸນແຮງຕໍ່ແມ່ຍິງຕາມກົດໝາຍບ້ານເຮົາ ມື້ນີ້ເຮົາມີຄຳຕອບມາຝາກມາຕ້ອນເດີ້:

ອີງຕາມມາດຕາ 17 ຈາກກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (2015)

10 ພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກມີດັ່ງນີ້:

ການທາລຸນ, ການທໍລະມານ, ການທຸບຕີ, ການບັງຄັບ, ການຂົ່ມຂູ່, ການໂຍນເດັກຖິ້ມ, ການກະທຳທີ່ຫຍາບຊ້າ ຫຼືການປະພຶດອື່ນໂດຍເຈຕະນາ ທີ່ແຕະຕ້ອງຕໍ່ສຸຂະພາບ, ຊີວິດ ຫຼືຈິດໃຈ;

ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການເຍາະເຍີ້ຍສຽດນີ, ການໝິ່ນປະໝາດ, ຫຼືການປະພຶດອື່ນໆ ໂດຍເຈຕະນາ ທີ່ເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ ຫຼືຈິດໃຈ;

ການຈຳແນກ, ການເຮັດໃຫ້ໂດດດ່ຽວ, ການໄລ່ອອກຈາກທີ່ພັກອາໄສ ຫຼືໃຫ້ອອກຈາກວຽກໂດຍບໍ່ຖືກຕ້ອງ ຫຼືສ້າງຄວາມກົດດັນທາງຈິດຕະສາດ;

ການບໍ່ໃຫ້ໂອກາດ, ການກີດກັ້ນການປະຕິບັດໜ້າທີ່, ການເຄື່ອນໄຫວວຽກງານທາງ ເສດຖະກິດ-ສັງຄົມ ຫຼືກີດກັ້ນການປະຕິບັດສິດ ແລະພັນທະຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການ;

ການທຳລາມົກ, ການທຳອະນາຈານ, ການເຜີຍແຜສິ່ງລາມົກ, ການທຳມມິດສະຈານ, ການບັງຄັບຮ່ວມເພດ, ການຮ່ວມເພດກັບເດັກ, ການຂົ່ມຂືນທຳຊຳເລົາ, ການບັງຄັບເປັນໂສເພນີ, ການຄ້າໂສເພນີ ຫຼືການລ່ວງລະເມີດທາງເພດດ້ວຍຮູບການອື່ນ;

ພາບປະກອບ

ການລັກພາຕົວ, ການບັງຄັບໃຫ້ແຕ່ງດອງ ຫຼືຢ່າຮ້າງ, ການກີດກັ້ນການແຕ່ງດອງ ຫຼືຢ່າຮ້າງ, ການແຕ່ງດອງແລ້ວນຳໄປຂາຍ;

ການບໍ່ປະຕິບັດພັນທະໃນການເບິ່ງແຍງລ້ຽງດູ ແລະສຶກສາອົບຮົມລູກ, ບໍ່ຊ່ວຍກັນທຳມາຫາກິນ ຫຼືການບໍ່ເບິ່ງແຍງດູແລເດັກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;

ການຄອບຄອງ, ຍ້າຍ, ໂອນ, ນຳໃຊ້, ແບ່ງປັນ, ຍຶດ, ຊຸກເຊື່ອງ ຫຼືການທຳລາຍຊັບ ໂດຍບໍ່ຖືກຕ້ອງຕາມກົດໝາຍ;

ການໃຊ້ແຮງງານເດັກ, ການບັງຄັບໃຫ້ອອກແຮງງານ ຫຼືໃຫ້ປະກອບສ່ວນດ້ານການເງິນ;

ການປະພຶດອື່ນທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ.

ແຫຼ່ງຂໍ້ມູນ: ເວບໄຊວາລະສານຂວັນໃຈ

10 ພຶດຕິກຳຄວາມຮຸນແຮງຕໍ່ແມ່ຍິງ ທີ່ລະເມີດຕໍ່ກົດໝາຍບ້ານເມືອງ
Scroll to top