ຢາກສຸຂະພາບດີ ໜ້າໃສ ຫ້າມກິນນ້ຳຕານ ຫຼັງ 6​ ໂມງແລງ ເຄັດລັບໝໍ ແອມ

ຫ້າມກິນນ້ຳຕານ ຫຼັງ 6​ ໂມງແລງ ນີ້ເປັນເຄັດລັບຂອງໝໍ ແອມ

ເຊິ່ງເປັນໝໍ ທີ່ມີສຸຂະພາບດີ ໜ້າໃສ

ເປັນຜູ້ອຳນວຍການສູນ Bangkok Royal Life Anti Aging Center ໂຮງພະຍາບານ ກຸງເທບ.

ອະທິບາຍວ່າ:

ນ້ຳຕານເປັນຂອງຫ້າມ ຫຼັງ 6 ໂມງ ລວມເຖິງຫວານ ຫຼື ນ້ຳຕານທີ່ແອບແຝງມາໃນຮູບແບບຕ່າງໆ ພວກໝາກໄມ້, ນ້ຳອັດລົມ… ເນື່ອງຈາກເນັດໃຫ້ສານໃນນ້ຳຕານ ທີ່ຂັດຂວາງການຫຼັ່ງຮໍໂມນ ໂກຼດຮໍໂມນ (Growth hormone) ທີ່ເຮັດໜ້າທີ່ຟື້ນຟູຮ່າງກາຍໃນເວລານອນຫຼັບ ເຮັດໃຫ້ຮ່າງກາຍຍ່ອຍນ້ຳຕານບໍ່ທັນ ເຮັດໃຫ້ນ້ຳຕານທີ່ເຫຼືອ ຈາກການຍ່ອຍໄປຂັດຂວາງການຊ່ອມແຊມ ໃຫ້ເຮັດໜ້າທີ່ໄດ້ຢ່າງບໍ່ສົມບູນ.

ການກິນນ້ຳຕານໃນຊ່ວງເວລານີ້ ຈຶ່ງເປັນການຂັດຂວາງຄວາມເຍົາໄວ ຖ້າເຮົາອາຍຸ 25​ ປີຂຶ້ນໄປ ຮ່າງກາຍຈະຜະລິດໂກຼດຮໍໂມນ ຫຼຸດລົງ 14% ແລະຫຼຸດລົງແບບນີ້ ໃນທຸກໆ 10 ປີ.

ບາງຄົນໃຫ້ຄວາມສຳຄັນເລື່ອງ ອາຫານ ແລະການອອກກຳລັງກາຍ ແຕ່ບໍ່ໃຫ້ຄວາມສຳຄັນການນອນ ຮ່າງກາຍກໍຈະບໍ່ດີຂຶ້ນ.

ຄວາມເຍົາໄວ ແລະ ສຸຂະພາບດີ ກໍຈະບໍ່ມາຫາ

ດັ່ງນັ້ນ, ທັງໝົດທີ່ວ່າມານີ້ ແມ່ນມີຄວາມສຳຄັນທັງໝົດ.

ເບິ່ງຄລິບນີ້ໄດ້ຈາກ:

ແຫຼ່ງຂໍ້ມູນ: https://yimsiam99.com

ຢາກສຸຂະພາບດີ ໜ້າໃສ ຫ້າມກິນນ້ຳຕານ ຫຼັງ 6​ ໂມງແລງ ເຄັດລັບໝໍ ແອມ
Scroll to top