ສຸດຍອດ! ຍິງລາວ ກ້າວຂຶ້ນເປັນຮອງປະທານຄະນະກໍາມະການພັດທະນາບານເຕະຂອງສະຫະພັນບານເຕະອາຊີ

ສະຫະພັນບານເຕະແຫ່ງຊາດລາວ ລາຍງານຜ່ານເພຈ໌ບຸກທາງການວ່າ:

ກົວລາ ລໍາເປີ, ປະເທດມາເລເຊຍ (25 ກັນຍາ 2019), ຄະນະກໍາມະການພັດທະນາບານເຕະຂອງສະຫະພັນບານເຕະອາຊີ (AFC Development Committee)

ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກ ຂອງສົກປີ 2019-2023 ທີ່ສໍານັກງານໃຫຍ່ສະຫະພັນບານເຕະອາຊີ ໂດຍການເປັນປະທານຂອງ ທ່ານ Salem Said Salem Al Wahaibi ຈາກປະເທດໂອມານ ເຂົ້າຮ່ວມໂດຍ ທ່ານ Dato’ Windsor John ເລຂາທິການສະຫະພັນບານເຕະອາຊີ ແລະ ພະແນກພັດທະນາສະຫະພັນບານເຕະປະເທດສະມາຊິກ.

ໃນພິທີດັ່ງກ່າວໄດ້ປະກາດເລືອກເອົາ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ທັງເປັນ ຄະນະບໍລິຫານງານ ສະຫະພັນບານເຕະອາຊີ ໄດ້ຖືກແຕ່ງຕັ້ງເປັນຮອງປະທານ ຄະນະກໍາມະການ ພັດທະນາບານເຕະ ອີກດ້ວຍ.

ເຊິ່ງວາລະຂອງການປະຕິບັດໜ້າທີ່ແມ່ນສົກປີ 2019-2023.

ມາເບິ່ງລາຍຊື່ ຄະນະກໍາມະການພັດທະນາບານເຕະຂອງສະຫະພັນບານອາຊີ (AFC Development Committee) ປະກອບມີສະມາຊິກທັງໝົດ

ທ່ານ 1. ທ່ານ Salem Said Salem Al Wahaibi (ໂອມານ) ເປັນປະທານ

2. ທ່ານ ນາງ ກັນຍາ ແກ້ວມະນີ (ສປປ ລາວ) ເປັນຮອງປະທານ

3. ທ່ານ David Gallop (ອົດສະຕຣາລີ) ເປັນຄະນະ

4. ທ່ານ Ali Al Buainain (ບາເຣນ) ເປັນຄະນະ

5. ທ່ານ Jigme N. Norbu (ພູຖານ) ເປັນຄະນະ

6. ທ່ານ Luo Zhao (ສປ ຈີນ) ເປັນຄະນະ

7. ທ່ານ Kazumichi Iwagami (ຍິ່ປຸ່ນ) ເປັນຄະນະ

8. ທ່ານ Yong Soo Park (ສ ເກົາຫຼີ) ເປັນຄະນະ

9. ທ່ານ Chan Keng Hou (ມາເກົາ) ເປັນຄະນະ

10. ທ່ານ Mohd Joehari Ayub (ມາເລເຊຍ) ເປັນຄະນະ

11. ທ່ານ Shijir Ulzhiikhuu (ມົງໂກລີ) ເປັນຄະນະ

12. ທ່ານ Karma Tsering Sherpa (ເນປານ) ເປັນຄະນະ

13. ທ່ານ Ross Zapanta (ໝູ່ເກາະມາຣິອານນ່າເໝືອ) ເປັນຄະນະ

14. ທ່ານ Ahmed Yar Khan Lodhi (ປາກິສະຖານ) ເປັນຄະນະ

15. ທ່ານ Mohammed Khalid Fakhroo (ກາຕ້າ) ເປັນຄະນະ

16. ທ່ານ Korrawee Prissananantakul (ໄທ) ເປັນຄະນະ

17. ທ່ານ Arslan Aynazarov (ເຕີກເມນິດສະຖານ) ເປັນຄະນະ

18. ທ່ານ Mohammed Hazzam Al Dhaheri (ສະຫະລັດອາຫລັບເອມິເຣດ) ເປັນຄະນະ

19. ທ່ານ Avaz Maksumov (ອຸດເບກິສະຖານ) ເປັນຄະນະ

ແຫຼ່ງຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ

ສຸດຍອດ! ຍິງລາວ ກ້າວຂຶ້ນເປັນຮອງປະທານຄະນະກໍາມະການພັດທະນາບານເຕະຂອງສະຫະພັນບານເຕະອາຊີ
Scroll to top