ມູນນິທິຮ່ວມໃຈທຳ ໄດ້ຕັ້ງໂຄງການໜຶ່ງຂຶ້ນ ຊື່ວ່າ ໂຄງການແບ່ງປັນຄວາມຮູ້ ເຊິ່ງເປີດໂອກາດໃຫ້ບັນດາອາສາສະໝັກທົ່ວໄປ ເພື່ອເຂົ້າມາສອນພາສາຈີນແລະພາສາອັງກິດ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.
ໂດຍເນັ້ນການສິດສອນແບບນຳໃຊ້ເພື່ອການສື່ສານໂດຍສະເພາະ ງ່າຍໆ ເຂົ້າໃຈໄວ.
ເຊິ່ງມີນັກຮຽນທັງໝົດ 100 ກວ່າຄົນ
ເລີ່ມເປີດໂຄງການມາ ແຕ່ວັນທີ່ 7.12.2019 ໂດຍເອົາວັນເສົາ-ອາທິດ
ແລະນີ້ແມ່ນ 4 ບັນດາອາສາສະໝັກທີ່ເຂົ້າມາສິດສອນໃນອາທິດຜ່ານມາ.

ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ

ນັກສຶກສາ ສະຖາບັນຂົງຈື

ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ

ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
ໃຜທີ່ສົນໃຈເຂົ້າຮ່ວມໂຄງການນຳມູນນະທິພວກເຮົາ ອິນບ໋ອກມາທາງເພຈ ຫຼືໂທ/ແອັບ 020 55068803 (ແສ່ວຄຳ) ແລະ 020 56 105 737 (ຕຸກຕາ)
ສຳເລັດແລ້ວ! ອາທິດທີ1 ຄູອາສາສະໝັກສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ