ສຳເລັດເປັນອາທິດທີ 3 ແລ້ວ!!!ໂຄງການສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ບັນດາອາສາສະໝັກ

ມູນນິທິຮ່ວມໃຈທຳ ໄດ້ຕັ້ງໂຄງການໜຶ່ງຂຶ້ນ ຊື່ວ່າ ໂຄງການແບ່ງປັນຄວາມຮູ້ ເຊິ່ງເປີດໂອກາດໃຫ້ບັນດາອາສາສະໝັກທົ່ວໄປ ເພື່ອເຂົ້າມາສອນພາສາຈີນແລະພາສາອັງກິດ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ອາສາສະໝັກກຳລັງສິດສອນນ້ອງໆນັກຮຽນ

ໂດຍເນັ້ນການສິດສອນແບບນຳໃຊ້ເພື່ອການສື່ສານໂດຍສະເພາະ ງ່າຍໆ ເຂົ້າໃຈໄວ.

ເຊິ່ງມີນັກຮຽນທັງໝົດ 100 ກວ່າຄົນ

ອາສາສະໝັກກຳລັງສິດສອນນ້ອງໆນັກຮຽນ

ເລີ່ມເປີດໂຄງການມາ ແຕ່ວັນທີ່ 7.12.2019 ໂດຍເອົາວັນເສົາ-ອາທິດ

ອາສາສະໝັກຖ່າຍຮູບກັບນ້ອງໆນັກຮຽນ
ອາສາສະໝັກຖ່າຍຮູບກັບນ້ອງໆນັກຮຽນ

ເຊິ່ງເປັນອາທິດທີ 3 ຂອງໂຄງການ ວັນທີ່ 21-22/12/2019.

ນ້ອງໆກຳລັງຕັ້ງໃຈຟັງ

ແລະນີ້ແມ່ນ 8 ບັນດາອາສາສະໝັກທີ່ເຂົ້າມາສິດສອນໃນອາທິດຜ່ານມາ:

1. ອ້າຍໂນ້ ສຸວັນນະພອນ ພົມສະຫວັດ ປະທານມູນນິທິ ຮ່ວມໃຈທຳ ຄູອາສາ ສອນພາສາອັງກິດ
2. ນາງແສ່ວຄຳ ພະນັກງານ ມູນນິທິ ຮ່ວມໃຈທຳ ຄູອາສາ ສອນພາສາຈີນ ຮຽນຈົບຈາກ ຄະນະວິທະຍາສາດສັງຄົມ ພາກວິຊາການທ່ອງທ່ຽວ ມະຫາວິທະຍາໄລແຫ່ງຊາດ
3. ທ້າວຟູງເຮີ່ ເປັງເຮີ່ ຄູອາສາ ສອນພາສາຈີນ
ນັກສຶກສາ ສະຖາບັນຂົງຈື
4. ທ້າວ ຈອນ ທໍ່ ພະນັກງານບໍລິສັດ ບີດີໂອ ຄູອາສາ ສອນພາສາຈີນ
5. ຈົວ ອັອກ ແກ້ວພອນທອງ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
6. ທ້າວ ວັນໄຊຊົງ ນັກສຶກສາປີ 3 ຄູອາສາ ສອນພາສາຈິນ ພາກວິຊາພາສາສະເປນ ຄະນະອັກສອນສາດ ມຊ
7. ນາງກໍຊີລໍ ພະນັກງານ ມູນນິທິ ຮ່ວມໃຈທຳ ຄູອາສາ ສອນພາສາອັງກິດ ຮຽນຈົບຈາກ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ
8. ນາງພັດມະນີ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ

ໃຜທີ່ສົນໃຈເຂົ້າຮ່ວມໂຄງການນຳມູນນະທິພວກເຮົາ ອິນບ໋ອກມາທາງເພຈ ຫຼືໂທ/ແອັບ 020 55068803 (ແສ່ວຄຳ) ແລະ 020 56 105 737 (ຕຸກຕາ)

ສຳເລັດເປັນອາທິດທີ 3 ແລ້ວ!!!ໂຄງການສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ
Scroll to top