ສຳເລັດອາທິດທີ 4 ໂຄງການສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ອາສາສະໝັກກຳລັງສິດສອນນ້ອງໆນັກຮຽນ

ມູນນິທິຮ່ວມໃຈທຳ ໄດ້ຕັ້ງໂຄງການໜຶ່ງຂຶ້ນ ຊື່ວ່າ ໂຄງການແບ່ງປັນຄວາມຮູ້ ເຊິ່ງເປີດໂອກາດໃຫ້ບັນດາອາສາສະໝັກທົ່ວໄປ ເພື່ອເຂົ້າມາສອນພາສາຈີນແລະພາສາອັງກິດ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ໂດຍເນັ້ນການສິດສອນແບບນຳໃຊ້ເພື່ອການສື່ສານໂດຍສະເພາະ ງ່າຍໆ ເຂົ້າໃຈໄວ.

ອາສາສະໝັກກຳລັງສິດສອນນ້ອງໆນັກຮຽນ

ເຊິ່ງມີນັກຮຽນທັງໝົດ 100 ກວ່າຄົນ

ເລີ່ມເປີດໂຄງການມາ ແຕ່ວັນທີ່ 7.12.2019 ໂດຍເອົາວັນເສົາ-ອາທິດ

ອາສາສະໝັກຖ່າຍຮູບກັບນ້ອງໆນັກຮຽນ

ເຊິ່ງເປັນອາທິດທີ 4 ຂອງໂຄງການ ວັນທີ່ 28-29/12/2019.

ນ້ອງໆໜ້າຮັກ


ແລະນີ້ແມ່ນ 7 ບັນດາອາສາສະໝັກທີ່ເຂົ້າມາສິດສອນໃນອາທິດຜ່ານມາ:

1. ອ້າຍໂນ້ ສຸວັນນະພອນ ພົມສະຫວັດ ປະທານມູນນິທິ ຮ່ວມໃຈທຳ ຄູອາສາ ສອນພາສາອັງກິດ

2. ທ້າວເປົາກື

3. ຈົວ ອັອກ ແກ້ວພອນທອງ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
4. ນາງຕຸກຕາ ອັງຄະວົງ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
5. ນາງພັດມະນີ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
6. ທ້າວ ຈອນ ທໍ່ ພະນັກງານບໍລິສັດ ບີດີໂອ ຄູອາສາ ສອນພາສາຈີນ
7. ນາງແສ່ວຄຳ ພະນັກງານ ມູນນິທິ ຮ່ວມໃຈທຳ ຄູອາສາ ສອນພາສາຈີນ ຮຽນຈົບຈາກ ຄະນະວິທະຍາສາດສັງຄົມ ພາກວິຊາການທ່ອງທ່ຽວ ມະຫາວິທະຍາໄລແຫ່ງຊາດ
ສຳເລັດອາທິດທີ 4 ໂຄງການສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ
Scroll to top