Blog

ຄວາມສຸກ 20 ຂໍ້ ແນະນໍາໂດຍມະຫາວິທະຍາໄລ Harvard ສະຫະລັດອາເມລິກາ

ຄວາມສຸກ 20 ຂໍ້ທີ່ແນະນໍາໂດຍມະຫາວິທະຍາໄລ Harvard ສະຫະລັດອາເມລິກາ : ໑. ການຮູ້ຈັກບຸນຄຸນ (Be Grateful )໒. ການເລືອກໝູ່ຄົບເພື່ອນຢ່າງສະຫຼາດ (Choose Your Friends Wisely)໓. ການປູກຝັງນິດໄສເຫັນອົກເຫັນໃຈຄົນອື່ນ (Cultivate Compassion)໔. ການຮຽນຮູ້ສະເໝີ (Keep Learning)໕. ເປັນນັກແກ້ໄຂບັນຫາ (Become a Problem Solver)໖. ເຮັດໃນສິ່ງທີ່ຮັກ (Do What You Love )໗. ຮູ້ຈັກຢູ່ກັບປັດຈຸບັນ (Live in the Present)໘. ຝຶກຝົນໃຫ້ອາລົມດີສະເໝີ (Laugh often)໙. ຮຽນຮູ້ການໃຫ້ອາໄພ (Practice Forgiveness )໑໐. ກ່າວຄໍາຂອບໃຈສະເໝີ(Say Thanks often)໑໑. ຮູ້ຈັກສ້າງສາຍສໍາພັນແບບເລິກເຊິ່ງ(Create Deeper Connections)໑໒. ຮັກສາຄໍາເວົ້າ (Keep Your Agreement)໑໓. […]

ອົກຫັກບໍ່ຕາຍດອກ… ເສົ້າດົນໄປເຮັດຫຍັງ? ມາເບິ່ງເລື່ອງລາວດີໆທີ່ເຈົ້າຈະໄດ້ພົບຫຼັງຈາກ “ອົກຫັກ”

ເກີດມາເປັນຄົນທັງທີເຊື່ອວ່າໝູ່ເພື່ອນກໍຄົງຈະເຄີຍມີຄວາມຮັກ ບາງຄົນກໍມີຄວາມຮັກທີ່ຫວານຊື່ນ ກໍຂໍສະແດງຄວາມຍິນດີນຳຫຼາຍໆ ແຕ່ວ່າບາງຄົນກໍເຈິຮັກທີ່ບໍ່ຄ່ອຍສົມຫວັງ ຮັກພັງຊໍ້າໆຊາກໆ ທັງໆທີ່ບໍ່ຢາກໃຫ້ເປັນແຕ່ມັນກໍເກີດຂຶ້ນເລື້ອຍໆ ແຕ່ຈະເຮັດແນວໃດໄດ້ນໍ້ແນວຄົນມັນບໍ່ແມ່ນກໍຄືບໍ່ແມ່ນ. ດັ່ງນັ້ນ ໃນມື້ນີ້ເອົາໃຈໝູ່ເພື່ອນທີ່ມັກ ອົກຫັກ ຕະຫຼອດ… ເຜີແປັບດຽວອົກຫັກເປັນວ່າຫຼິ້ນ ອາການຂອງຄົນອົກຫັກແນ່ນອນເລີຍວ່າ ຕ້ອງມີຄວາມເສຍໃຈ ເສົ້າໃຈ ຮູ້ສຶກໝົດອາໄລຕາຍຢາກ ບໍ່ເປັນອັນກິນອັນນອນ ຈະເຮັດຫຍັງກໍຄິດຫາແຕ່ຄົນຮັກທີ່ເຂົາບໍ່ມີແມ້ແຕ່ຈະຫຼຽວກັບມາສົນໃຈເຮົາ, ໂອ່ຍ!!! ບໍ່ຕ້ອງເສຍໃຈໄປເດີ້ ມັນກໍເປັນເລື່ອງທຳມະດາຂອງຊີວິດມະນຸດເຮົາ ໃຫ້ຄິດສະວ່າມັນເປັນເກມຊີວິດເດີ້ ຊີວິດເຮົາຈະໄດ້ມີລົດຊາດຂຶ້ນ ລອງປັບຄວາມຄິດ ແລະ ເປີດໃຈຮັບສິ່ງໃໝ່ເຂົ້າມາ ແລະ ເຈົ້າຈະໄດ້ຮູ້ວ່າແທ້ໆແລ້ວ ຄວາມສຸກທີ່ແທ້ຈິງຢູ່ບໍ່ໄກຈາກເຮົາ ຮັກຕົວເອງໃຫ້ເຕັມທີ່ ໄດ້ເວລາປ່ຽນແປງຕົວເອງອີກຄັ້ງ ຄົນເຮົາຄວນມີພັດທະນາການທີ່ດີຂຶ້ນເລື້ອຍໆ ໃນທຸກໆມື້ ບໍ່ວ່າຈະເປັນເລື່ອງຫຍັງກໍແລ້ວແຕ່ ຍິ່ງເມື່ອທີ່ເຮົາອົກຫັກ ການປ່ອຍໃຫ້ຕົວເອງຈົມຢູ່ກັບອະດີດທີ່ເຈັບປວດ ບໍ່ໄດ້ເຮັດໃຫ້ຫຍັງດີຂຶ້ນມາເລີຍ ແຕ່ການລຸກຂຶ້ນມາພົບເຈິກັບຄວາມເປັນຈິງຕ່າງຫາກລະທີ່ເຮັດໃຫ້ເຮົາດີຂຶ້ນ ຊ່ວງເວລານີ້ເປັນຊ່ວງທີ່ເໝາະສົມທີ່ສຸດທີ່ເຮົາຄວນຫັນກັບມາຮັກຕົວເອງ ຫຼື ຈະຊອກຫາຄວາມຮູ້ເພີ່ມເຕີມເຊັ່ນໄປຊອກຮຽນພາສາ ຮຽນຄອສອອນລາຍເພື່ອຕໍ່ຍອດເຮັດທຸລະກິດ ຫຼຶຈະຫາກິດຈະກຳເຮັດເຊັ່ນ ອອກກຳລັງກາຍ ຮ້ອງເພງ ເຕັ້ນ ຫຼຶ ເຮັດສິ່ງທີ່ເຮົາມັກໃຫ້ເຕັມທີ່ໄປເລີຍ. 2. ມີເວລາພົບເຈິຄອບຄົວ ໝູ່ ຫຼາຍຂຶ້ນ ເຖິງແມ່ນວ່າຈະພະຍາຍາມຫາເວລາເຈິໝູ່ຫຼືພໍ່ແມ່ ໃນເວລາທີ່ຄົບກັນເປັນແຟນຢູ່ແລ້ວ ແຕ່ເຊື່ອເລີຍວ່າເວລາທີ່ໃຫ້ຄອບຄົວ […]

ການສ້າງແບຣນໃຫ້ກັບຕົນເອງມີສ້າງຄວາມແຕກຕ່າງ ແລະ ມີເອກະລັກທີ່ໂດດເດັ່ນ

ການສ້າງແບຣນໃຫ້ກັບຕົນເອງ (Personal Branding) ຕ້ອງສ້າງຄວາມແຕກຕ່າງ ແລະ ມີເອກະລັກສະເພາະທີ່ຄົນອື່ນຮຽນແບບຍາກ ແຕ່ກ່ອນຈະໄປຮອດຈຸດນັ້ນສິ່ງທີ່ຕ້ອງເຮັດຄື “ພັດທະນາຕົນເອງ” ເຊິ່ງການພັດທະນາຕົນເອງກໍປະກອບມີກົດ ໑໔ ປະການລຸ່ມນີ້: ໑. ຕ້ອງຮຽນຮູ້ແບບນໍ້າເຄິ່ງຈອກ ໒. ຕ້ອງອົດທົນ ໓. ຕ້ອງດຸໝັ່ນ ໔. ຕ້ອງຮູ້ວິທີຄິດ ແລະ ຄິດແບບສ້າງສັນ ໕. ຕ້ອງຮູ້ຈັກສັງເກດ ໖. ຕ້ອງກ້າສະແດງອອກ ໗. ຕ້ອງສະແຫວງຫາໂອກາດຢູ່ສະເໝີ ໘. ຕ້ອງສັດທາໃນໂຕເອງ ໙. ຕ້ອງຮັບຟັງ ແລະ ເວົ້ານ້ອຍ ໑໐. ຕ້ອງເປີດໃຈ ໑໑. ຕ້ອງໃສ່ໃຈ ໑໒. ຕ້ອງປັບປຸງ ໑໓.ຕ້ອງບໍ່ຢຸດພັດທະນາຈຸດແຂງໃຫ້ດີຂື່ນເລື້ອຍໆ ໑໔. ແລະ ສຸດທ້າຍ, ທຸກກ້າວຕ້ອງມີເປົ້າໝາຍທີ່ຈັດເຈນ ແຫຼ່ງຂໍ້ມູນ: CHAMPA POST

10 ທັກສະເຮັດວຽກ ກ່ອນປີ 2020 ເພື່ອການຮັບປະກັນຄວາມໝັ້ນຄົງຂອງອາຊີບການງານ ຫຼື ພັດທະນາໂຕເອງເປັນບຸກຄະລາກອນທີ່ມີຄຸນຄ່າໃນອົງກອນ

ຄວາມຢຶດຢຸ່ນທາງປັນຍາ (Cognitive flexibility) ຫຼື ຄວາມສາມາດໃນກາປັບໂຕເຂົ້າກັບສະພາບແວດລ້ອມ ຫຼື ສະຖານະການໃດໜຶ່ງໂດຍບໍ່ຢຶດຕິດ ການເຈລະຈາຕໍ່ລອງ (Negotiation) ທັກສະນີ້ແມ່ນເພື່ອເຈລະຈາຂໍ້ຕົກລົງໃດໜື່ງໃຫ້ເປັນ ຫຼື ແບບບົວບໍ່ໃຫ້ຊໍ້ານໍ້າບໍ່່ໃຫ້ຂຸ່ນ ວິທີຄິດໃນແງ່ການບໍລິການ (Service orientation) ອາດເອີ້ນວ່າການຄິດທີ່ເນັ້ນຕອບໂຈນຄວາມຕ້ອງການຂອງຜູ້ຮັບບໍລິການນັ້ນເອງ ການປະເມີນ ແລະ ການຕັດສີນໃຈ (Judgement and decision making) ເຊິ່ງສອງສິ່ງນີ້້ສາມາດເຮັດຜ່ານຂະບວນການຂັດເລືອກ ແລະ ປຽບທຽມຂໍ້ມູນຢ່າງເປັນລະບົບ ຄວາມສະຫຼາດທາງດ້ານອາລົມ (Emotional intelligence ຫຼື EQ) ແມ່ນຄວາມສາມາດໃນການຮັບຮູ້ ແລະ ເຂົ້າໃຈອາລົມຂອງຕົນ ແລະ ການນໍາໃາປັບໃຊ້ຢ່າງສ້າງສັນ. ການປະສານງານກັບຄົນອື່ນ (Coordinating with others) ເພາະມັນຮຽກຮ້ອງໃຫ້ມີທັກສະຂັ້ນສູງເພື່ອນຳໄປສູ່ຈຸດພົບກັນ ຫຼື ຄວາມເຂົ້າໃຈກົງກັນແບບໄຮ້ຂໍ້ຂັດແຍ່ງກັບຜູ້ອື່ນ ການບໍລິຫານຄົນ (People management) ສາມາດບໍລິຫນຈັດການຄົນດ້ວຍຄວາມເຂົ້າໃຈ, ເຄົາລົບໃນຄວາມຕ່າງ ແລະ ສາມາດປັບໃຊ້ພຶດຕະກຳ ເພື່ອຜົນປະໂຫຍດ ແລະ ການບັນລຸເປົ້າໝາຍຂອງອົງກອນ ຄວາມຄິດສ້າງສັນ(Creativity) ຄວາມຄິດລິເລີ່ມສິ່ງໃໝ່ໆ […]

ນິຍາມວ່າດ້ວຍເລື່ອງຂອງ “ຄວາມສຸກທີ່ແທ້ຈິງ” ທີ່ມະນຸດທຸກຄົນໄຝ່ຝັນ

໑. ຄວາມສຸກບໍ່ໝາຍເຖິງການຢູ່ເຮືອນຫຼັງໃຫຍ່ ແຕ່ມັນແມ່ນການຢູ່ເຮືອນທີ່ຄົນໃນຄອບຄົວມີແຕ່ຮອຍຍີ້ມ ແລະ ມີຄວາມຮັກຄວາມອົບອຸ່ນໃຫ້ກັນແລະກັນ ໒. ຄວາມສຸກບໍ່ໝາຍເຖິງການກິນອາຫານລາຄາແພງ ແຕ່ມັນແມ່ນການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ກິນກັບຄົນທີ່ເຮົາຮັກ ໓. ຄວາມສຸກບໍ່ໝາຍເຖິງການຂີ່ລົດຫຼູຫຼາລາຄາແພງ ແຕ່ແມ່ນມັນແມ່ນຂີ່ທີ່ຕົນເອງຈ່າຍໄດ້ ແລະ ບໍ່ເປັນທາດຂອງຄ່າຜ່ອນລົດ ທີ່ສຳຄັນກວ່ານັ້ນແມ່ນລົດທີ່ເຮົາຂີ່ນັ້ນພາເຮົາໄປມາຢ່າງປອດໄພ ໔. ຄວາມສຸກບໍ່ໝາຍເຖິງການນຸ່ງເສື້ອຜ້າແບຣນເນມທີ່ລາຄາແພງ ແຕ່ຫາກແມ່ນການນຸ່ງເຄື່ອງໃຫ້ຄວາມອົບອຸ່ນ ແລະ ນຸ່ງແລ້ວເຮັດໃຫ້ເຮົາຮູ້ສືກດີ ໕. ຄວາມສຸກບໍ່ໝາຍເຖິງຄວາມລໍ້າລວຍ ຫຼື ມີເງິນຄໍາຈົນລົ້ນຟ້າ ແຕ່ສຸດທ້າຍມາຫາຄວາມສຸກບໍ່ໄດ້ ຫຼື ນອນບໍ່ຫຼັບຍ້ອນເງິນ ແຕ່ມັນແມ່ນຄວາມສຸກທີ່ເຮົາເງິນແບບມີພໍຢູ່ພໍຈ່າຍ ແລະ ບໍ່ມີໜີ້ສີນ ໖. ຄວາມສຸກບໍ່ຂື້ນກັບສະຖານທີ່ວ່າຈະຢູ່ບ້ານນອກ ຫຼື ຢູ່ໃນເມືອງ ແຕ່ຄວາມສຸກໝາຍເຖິງການອອກແບບຊີວິດທີ່ບໍ່ຢຶດຕິດກັບວັດຖຸນິຍົມ ແລະ ບໍ່ເປັນທາດໜີ້ຕ້ອງຜ່ອນ. ໗. ຄວາມສຸກບໍ່ໝາຍເຖິງການມີຍົດຖາບັນດາສັກ ຫຼື ຕໍາແໜ່ງສູງສຸດ ແຕ່ແມ່ນການມີຕໍາແໜ່ງທີ່ເຮັດໃຫ້ເຮົາຢາກເຮັກວຽກທຸກມື້,ມີລູກນ້ອງທີ່ຮັກເຮົາ ແລະ ວຽກທີ່ເຮັດໃຫ້ເຮົາມີຄວາມສຸກ ໙. ຄວາມສຸກບໍ່ໝາຍເຖິງການມີທຸກສິ່ງທີ່ຕ້ອງການ ແຕ່ມັນແມ່ນການມີສິ່ງທີ່ຈໍາເປັນຕໍ່ຊີວິດ ແຫຼ່ງຂໍ້ມູນ: CHAMPA POST

Scroll to top