ການທີ່ຈະຮູ້ ຫຼື ແນ່ໃຈວ່າຄົນທີ່ຄົບນຳຢູ່ນັ້ນເປັນຄົນທີ່ “ແມ່ນ“ ແທ້ໆ ຫຼື ບໍ່ ເປັນເລື່ອງທີ່ຍາກຄືກັນ ດັ່ງນັ້ນຈຶ່ງບໍ່ແປກເລີຍທີ່ສາວໆ ທັງຫລາຍຍັງຄົງຄິດໜັກກັນຢູ່ ເພາະສະນັ້ນ ເຮົາຈຶ່ງຂໍນຳສະເໜີສັນຍານທີ່ບົ່ງບອກວ່າ ເຂົາຄົນນັ້ນເປັນຄົນທີ່ “ແມ່ນ“ ສຳລັບເຮົາ ຫຼືບໍ່? ເຄົາລົບຊຶ່ງກັນແລະກັນ:ການໃຫ້ຄວາມເຄົາລົບຊຶ່ງກັນແລະກັນ ເປັນສິ່ງທີ່ສຳຄັນທີ່ສຸດສຳລັບການໃຊ້ຊີວິດຄູ່ ອີກທັງຍັງເປັນສິ່ງທຳອິດທີ່ຕ້ອງຄຳນຶງເຖິງເລີຍ ຖ້າມີຄວາມຮູ້ສຶກເຊັ່ນນີ້ຕໍ່ກັນ ກໍພໍຈະເວົ້າໄດ້ວ່າເຂົາເປັນຄົນທີ່ແມ່ນສຳລັບສາວໆ ຫາກຊີວິດຄູ່ບໍ່ມີຮາກຖານຂອງການເຄົາລົບ ຊຶ່ງກັນແລະກັນແລ້ວ ຈະນຳໄປສູ່ການຜິດຖຽງກັນໄດ້ງ່າຍ ລອງມາເບິ່ງກັນດີກວ່າມີສັນຍານຫຍັງແດ່ ທີ່ບົ່ງບອກເຖິງຄວາມເຄົາລົບກັນ: ເຂົາເຕັມໃຈ ຫຼື ພະຍາຍາມ ທີ່ຈະປັບທັດສະນະຄະຕິເຂົ້າຫາເຮົາ ເມື່ອຄວາມຄິດເຫັນບໍ່ກົງກັນ. ເຂົາຮັບຟັງຄວາມຄິດເຫັນ ແລະ ເປັນທີ່ລະບາຍເມື່ອຍາມທີ່ເຮົາທຸກໃຈ ຫຼື ສຸກໃຈ. ເຂົາສາມາດສຳຜັດໄດ້ເຖິງຄວາມຜິດປົກກະຕິບາງຢ່າງໃນຕົວເຮົາ ເຊັ່ນບາງມື້ທີ່ເຮົາງຽບໆບໍ່ຄ່ອຍເວົ້າ ເໜືອນມີເລື່ອງຫຍັງໃນໃຈ. ເຂົາໃຫ້ຄວາມສຳຄັນ ແລະ ຮັບຟັງທັດສະນະຄະຕິຂອງເຮົາ ເຂົາຄຳນຶງເຖິງຄຸນຄ່າໃນຕົວເຮົາ. ເຂົາດີໃຈຫຼືມີຄວາມສຸກໄປກັບເຮົາ ເມື່ອປະສົບຄວາມສຳເລັດ. ຖ້າຂາດຂໍ້ໃດຂໍ້ໜຶ່ງໄປ ສະແດງວ່າເຂົາບໍ່ເຄົາລົບໃນຕົວເຮົາ ນີ້ຄຶສິ່ງທີ່ບົ່ງບອກວ່າເຂົາອາດຈະຍັງບໍ່ “ແມ່ນ“ ສຳລັບເຮົາກໍ່ໄດ້ ໃນທາງກົງກັນຂ້າມຕົວເຮົາເອງ ກໍ່ຕ້ອງໃຫ້ຄວາມເຄົາລົບເຂົານຳເຊັ່ນກັນ. ມີຄຸນສົມບັດຄົບຖ້ວນຕາມທີ່ຕ້ອງການ: ເປັນເລື່ອງທີ່ສາວໆເອງຮູ້ດີແລ້ວວ່າຄຸນສົມບັດ ຫຼື […]
ສາເຫດການຂໍຢ່າຮ້າງ ຕາມກົດໝາຍລາວມີຫຍັງແດ່?
“ຄອບຄົວ ກາຍເປັນບ່ອນທີ່ມີແຕ່ຄວາມທຸກ ມີແຕ່ນ້ຳຕາ ຂາດຄວາມເຂົ້າໃຈ ດູດກືນພະລັງໃຈ ຂອງສະມາຊິກໃນຄອບຄົວ ການຢ່າຮ້າງ ອາດເປັນທາງເລືອກສຸດທ້າຍ” ແນ່ນອນວ່າແມ່ຍິງທຸຸກຄົນ ເມື່ອເກີດມາແລ້ວ ຕ້ອງໃຝ່ຝັນຢາກມີຄອບຄົວທີ່ອົບອຸ່ນ ພຽບພ້ອມ ດ້ວຍພໍ່ແມ່ແລະລູກໆ ແຕ່ຄືວ່າຫັ້ນແຫຼະ ບໍ່ມີໃຜຄາດເດົາອະນາຄົດໄດ້ ເພາະການແຕ່ງດອງ ຄືການທີ່ຄົນສອງຄົນ ເຕີບໃຫຍ່ມາຈາກຕ່າງສະຖານທີ່ ຖືກອົບຮົມສັ່ງສອນຄົນລະແບບ ນິດໃສແຕກຕ່າງກັນ ມາມັກຮັກກັນຈົນເຖິງຂັ້ນ ຈູງມືກັນເຂົ້າປະຕູວິວາ ບາງຄົນອາດຈະຄິດວ່າ ຈຸດນີ້ແຫຼະຄືຄວາມສຳເລັດຂອງຊີວິດ ເຊິ່ງທີ່ຈິງອາດບໍ່ແມ່ນສະເໝີໄປ ເພາະເມື່ອລົງເຮືອຊີວິດລຳດຽວກັນແລ້ວ ມັນເປັນຈຸດເລີ່ມຕົ້ນຂອງ ໜ້າທີ່ ພັນທະ ພາລະ ທີ່ຕ້ອງຮັບຜິດຊອບຮ່ວມກັນ ການແບ່ງປັນພື້ນທີ່ສ່ວນຕົວໃຫ້ກັນ ຄົນສອງຄົນຕ້ອງປັບຕົວເຂົ້າຫາກັນ ເຮັດແນວໃດໃຫ້ສະມາຊິກຄອບຄົວມີຄວາມສຸກ ແລະນຳພາເຮືອລຳນ້ອຍ ທີ່ເອີ້ນວ່າ “ຄອບຄົວ” ຜ່ານຜ່າອຸປະສັກທີ່ເຂົ້າມາທ້າທາຍຄວາມເຂັ້ມແຂງ ທຸ່ນທ່ຽງ ຂອງຄົນທັງສອງຢູ່ຕະຫຼອດເວລາ ຍິ່ງເມື່ອທັງສອງມີລູກ ຫຼືພະຍານຮັກ ຄວາມຮັບຜິດຊອບຕ່າງໆກໍຍິ່ງເພີ່ມ ພູນຂຶ້ນໄປ ເປັນເງົາຕາມຕົວ ຫຼາຍໆຄູ່ສາມາດຝ່າຟັນສິ່ງກີດຂວາງຕ່າງໆໄປໄດ້ງ່າຍດາຍ ຢູ່ນຳກັນຈົນແກ່ເຖົ້າ ດ້ວຍພະລັງແຫ່ງຄວາມຮັກ ຄວາມເຂົ້າໃຈ ແລະນຳພາຄອບຄົວໄປຮອດຈຸດໝາຍປາຍທາງໄດ້ຢ່າງມີຄວາມສຸກ ໃນຂະນະດຽວກັນ ກໍຍັງມີເຮືອ “ຄອບຄົວ” ອີກຫຼາຍໆລຳທີ່ບໍ່ສາມາດຜ່ານຜ່າມໍລະສຸມຊີວິດຕ່າງໆໄປໄດ້ ເຖິງແມ້ວ່າທັງສອງຈະໃຊ້ຄວາມພະຍາຍາມ […]
ເຫດຜົນທີ່ເປັນ “ໂສດ” ຢູ່ໃນໂໝດ “ບໍ່ມີໃຜ?”
(ຄືບໍ່ເອົາແຟນມານຳ?) ເປັນຄຳຖາມຂ້າກັນແທ້ໆທັງໆທີ່ເຮົາຍັງໂສດ ໝູ່ລຸ້ນດຽວກັນເຂົາແຕ່ງງານ ມີລູກ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ ແຖມບໍ່ມີແວວວ່າຈະມີແຟນມີຄວາມຮັກດີໆນຳເຂົາຈັກເທື່ອ ໄດ້ແຕ່ໂສດລອຍໄປລອຍມາ ໄດ້ແຕ່ໃຊ້ຊີວິດຄົນດຽວ ກິນເຂົ້າຄົນດຽວ ເບິ່ງໝັງຄົນດຽວ ໄປທ່ຽວຄົນດຽວ ໄຮ້ຄົນຮັກຄອຍເບິ່ງແຍງເທັກແຄ ບໍ່ຄືກັບຄົນອື່ນທີ່ເຂົາໄປໃສກໍໄປເປັນຄູ່ ໂພສຮູບຄູ່ຫວານໆ ຈົນບາງເທື່ອພໍຢາກຄິດບ໋ອກພວກເຂົາພຸ້ນລະ (555). ແຕ່ຮູ້ຫຼືບໍ່ວ່າບໍ່ໄດ້ມີແຕ່ເຈົ້າເດີ້ທີ່ໂສດຄົນດຽວໃນໂລກ ເພາະດຽວນີ້ຄົນທີ່ຍັງເປັນໂສດແມ່ນມີຫຼາຍພໍໆກັບຄົນທີ່ເຂົາມີແຟນຫັ້ນລະ ເພາະການເປັນໂສດຫຼາຍຄົນລົງຄວາມເຫັນໃນທາງດຽວກັນແລ້ວວ່າ ເປັນໂສດສຸດແສນຈະສະບາຍ ບໍ່ຕ້ອງມາຖ້າຫຶງຫວງໃຜ ບາງຄົນກໍມັກທີ່ຈະໃຊ້ຊີວິດຄົນດຽວໂດຍທີ່ບໍ່ຕ້ອງເອົາໂຕເອົາໃຈໄປຜູກມັດໄວ້ກັບໃຜ, ແຕ່ເຄີຍລອງສັງເກດບໍ່ວ່າ ທີ່ທຸກມື້ນີ້ທີ່ເຮົາ ເຈົ້າ ຂ້ອຍ ທີ່ຍັງໂສດ ບໍ່ມີໃຜເຂົ້າມາໃນຊີວິດ ເປັນຍ້ອນຫຍັງກັນແທ້? 5 ເຫດຜົນທີ່ຈະບອກໃຫ້ຮູ້ວ່າ ເປັນຫຍັງຄືຍັງໂສດ? ເລືອກຫຼາຍ (ຕັ້ງສະເປັກໄວ້ສູງພຽງຟ້າ)ເຂົ້າໃຈວ່າການຈະມີຄວາມຮັກທັງທີ ກໍຢາກຈະມີຄົນດີໆທີ່ຮັກ ແລະ ຢູ່ນຳກັນໄປດົນໆໃນແບບທີ່ເຮົາຝັນໄວ້ ແຕ່ການທີ່ຕັ້ງສະເປັກໄວ້ສູງ ແຖມເລືອກຫຼາຍ ຂໍບອກກ່ອນເລີຍວ່າຄືຈະຍັງອີກດົນກວ່າຈະໄດ້ລົງຈາກຄານທອງ, ແຕ່ເຖິງຢ່າງໃດກໍບໍ່ໄດ້ໝາຍວ່າຈະຕ້ອງຕັດສິນໃຈເລືອກຄົນທີ່ເຂົ້າມາຢ່າງໄວວາ ພຽງແຕ່ຄວນປັບສະເປັກຊາຍໃນຝັນໃຫ້ຢູ່ໃນໂລກແຫ່ງຄວາມເປັນຈິງໃຫ້ຫຼາຍທີ່ສຸດ. ຂີ້ອາຍ ບໍ່ກ້າລຸຍເຖິງແມ່ນວ່າສັງຄົມບ້ານເຮົາຈະຖືກສອນໃຫ້ແມ່ຍິງຮັກນວນສະຫງວນຕົວ ແຕ່ການເລີ່ມໄປສານສຳພັນກ່ອນໃນຍຸກນີ້ກໍບໍ່ແມ່ນເລື່ອງທີ່ເສຍຫາຍສະເໝິໄປ ຖ້າຟາງແຕ່ອາຍ ບໍ່ກ້າ ກໍຄົງຕ້ອງຫ່ຽວແຫ້ງຕໍ່ໄປ, ອີກຢ່າງໜຶ່ງການເຂົ້າໄປຫາຄົນທີ່ເຮົາສົນໃຈກ່ອນກໍບໍ່ແມ່ນເລື່ອງເສຍຫາຍຫຍັງເລີຍ ເບິ່ງອີກໃນແງ່ມຸມໜຶ່ງກໍເປັນການເຝິກຄວາມກ້າ ແລະ ເຮົາຍັງຈະໄດ້ໝູ່ໃໝ່ໆທີ່ພ້ອມຈະຮຽນຮູ້ນິດໃສໃຈຄໍກັນໄປພ້ອມໆກັນ. ມາແຮງເກີນໄປ […]
ຂອບໃຈ! ທ່ານໂຣແລນ ເດຼກ ນັກອາສາສະໝັກ ການາດາ ຊ່ວຍຕິດຕັ້ງເຄື່ອງຕອງນ້ຳ ຢູ່ໃນລາວ
ທ່ານໂຣແລນ ເດຣກ ຊຶ່ງເປັນຊາວການາດາ ຕັ້ງຖິ່ນຖານຢູ່ແຂວງໂຕຣອນໂຕ. ທ່ານເປັນອາສາສະໝັກ ຈາກ ອົງການເອກກະຊົນນ້ອຍໆຊື່ວ່າ “ໂຄງການດູແລໝູ່ບ້ານໃນລາວ” ຫຼື Adopted Village in Laos”. ທີ່ມີຈຸດປະສົງແຈກຢາຍ ແລະຊ່ວຍຕິດຕັ້ງເຄື່ອງຕອງນ້ຳໃຫ້ແກ່ບັນດາຄອບຄົວທີ່ທຸກຈົນ ຢູ່ເຂດຊົນນະບົດ ໃນແຂວງຫຼວງພະບາງ ເພື່ອໃຫ້ເຂົາເຈົ້າສາມາດມີນ້ຳສະອາດດື່ມ. ທ່ານໂຣແລນ ເດຣກ ແມ່ນຊາວການາດາ ບໍ່ເຄີຍຮູ້ ບໍ່ເຄີຍເຫັນປະເທດລາວມາກ່ອນ ແລະບໍ່ຮູ້ວ່າຢູ່ໃສ. ທ່ານເດຣກ ໄດ້ຖືກແນະນຳຈາກໝູ່ທີ່ເປັນນັກທ່ອງທ່ຽວ ແລະໄດ້ໄປຢ້ຽມຢາເຂດຊົນນະບົດ ໃນແຂວງຫຼວງພະບາງ. ເວລານັ້ນເຂົາເຈົ້າໄດ້ໄປເຫັນ ສະພາບຄວາມທຸກຈົນແລະການໃຊ້ນ້ຳທີ່ບໍ່ສະອາດປະຈຳວັນຂອງພວກຊາວບ້ານ. ພາບເຫລົ່ານີ້ໄດ້ກະຕຸ້ນໃຫ້ເຂົາເຈົ້າເລີ້ມຫາວິທີຍື່ນມືເຂົ້າໄປ ໃຫ້ການຊ່ວຍເຫຼືອແກ່ພວກຊາວບ້ານ ໂດຍການຂົນຂວາຍຊອກຫາເງິນຈາກບັນດາຜູ້ບໍລິຈາກ ເຊັ່ນວ່າເພື່ອນຝູງ ແລະຜູ້ໃຈບຸນຕ່າງໆ. ເງິນທີ່ຫາມາໄດ້ນັ້ນໄດ້ນຳໄປປຸກໂຮງຮຽນ ຊ່ວຍເຫຼືອດ້ານການເງິນໃຫ້ແກ່ພວກນາຍຄູ ແລະນັກຮຽນ ໂດຍສະເພາະຊື້ເຄື່ອງຕອງນ້ຳ ໃຫ້ແຕ່ລະຄອບຄົວຢູ່ໃນໝູ່ບ້ານ ໄດ້ໃຊ້ໄດ້ ດື່ມນ້ຳທີ່ສະອາດ. ທ່ານເດຣກ ໄດ້ກ່າວກ່ຽວກັບເລື້ອງນີ້ວ່າ: “ຂ້າພະເຈົ້າເປັນນັກອາສາສະໝັກໃຫ້ແກ່ອົງການ “ດູແລໝູ່ບ້ານໃນປະເທດລາວ” ຊຶ່ງພາສາອັງກິດມີຊື່ວ່າ “Adopted Village in Laos.” ໂຄງການນີ້ ເລີ້ມມາໄດ້ 10 ປີແລ້ວ […]
ຂໍ້ດີ ຂອງການມີແຟນເປັນຜູ້ຍິງໂຕນ້ອຍ
1. ເບິ່ງລາວຄືເດັກນ້ອຍຢູ່ຕະຫຼອດ ຄົນຮ່າງນ້ອຍ ເຖິງວ່າລາວຈະມີອາຍຸຫຼາຍກໍຕາມ ແຕ່ກໍເບິ່ງຄືວ່າລາວຍັງເດັກນ້ອຍ ບວກກັບເຄື່ອງນຸ່ງການແຕ່ງຕົວ ສ່ວນຫຼາຍຈະອອກແນວໃສໆ ຍິງເຮັດໃຫ້ສາວຕົວນ້ອຍ ເປັນເດັກນ້ອຍລົງອີກ. 2.ໜ້າຮັກ ໜ້າຖະນຸຖະໜອມ ຄົນຮ່າງນ້ອຍ ສ່ວນຫຼາຍມືຈະນ້ອຍເຊັ່ນກັນ ຄິດເບິ່ງວ່າເວລາຈັບມືກັນ ກໍຍິງເຮັດໃຫ້ຜູ້ຊາຍຮູ້ສຶກອົບອຸ່ນ ເວລາກອດຜູ້ຍິງຮ່າງນ້ອຍລະດັບຄວາມສູງພຽງບ່າ ກໍແຮງເຮັດໃຫ້ຄູ່ຮັກຢາກກອດໄວ້ດົນໆ. 3.ເອົາໄປໃສກໍສະດວກ ເວລາຍ່າງໄປໃສມາໃສ ກໍບໍ່ຈຳເປັນຕ້ອງລະວັງວ່າຈະຍ່າງໄປຕໍາກັບສິ່ງໃດໆ ທີ່ສຳຄັນ ຖ້າຢາກຈະຂີ່ຫຼັງແບບຮູບເງົາເກົາຫຼີ ກໍສະບາຍຕົວຫຼາຍຂຶ້ນ ບໍ່ຕ້ອງເຈັບຫຼັງແນ່ນອນ. 4.ແຟນຂອງສາວຮ່າງນ້ອຍ ຈະເບິ່ງຄືສູງຂຶ້ນມາທັນທີ ເວລາຍ່າງຮຽງກັນ ຜູ້ຊາຍບໍ່ຕ້ອງອາຍວ່າຈະມີໃຜເບິ່ງວ່າຕົນເອງ ເປັນຜູ້ຊາຍເຕ້ຍ ນອກຈາກນັ້ນ ຜູ້ຍິງສ່ວນຫຼາຍມັກຜູ້ຊາຍສູງກວ່າຕົນເອງຢູ່ແລ້ວ ເພາະສະນັ້ນ ໜຸ່ມໆກໍຫາຍຫ່ວງໄປໄດ້. 5.ປົກປ້ອງ ແລະ ຊ່ວຍເຫຼືອໄດ້ ຜູ້ຊາຍທີ່ສູງ ສາມາດສະແດງຄວາມພະເອກເກົາຫຼີ ອອກມາໄດ້ຢ່າງເຕັມທີ ດ້ວຍການຊ່ວຍເຫຼືອເລັກໆນ້ອຍໆຈາກຄວາມສູງທີ່ມີ ໂອກາດນີ້ ກໍຈັບມືຫຼືອູບໄປເລີຍກໍໄດ້ເໝືອນ ພະເອກ! ພະເອກ! 6.ເວລາຜິດກັນກໍບໍ່ຍ້ານ ເວລາຄົນຕົວນ້ອຍໃຈຮ້າຍ ຫຼື ອາລົມບໍ່ດີ ດ້ວຍຄວາມທີ່ວ່າຮ່າງນ້ອຍ ຈິ່ງກາຍເປັນເດັກນ້ອຍ ທີ່ ມັກຂັດ ມັກເອົາແຕ່ໃຈໄປຊື່ໆ ນອກຈາກນັ້ນສາວຕົວນ້ອຍຈະບໍ່ໃຊ້ກໍາລັງ. ແຫຼ່ງຂໍ້ມູນ: […]