ມູນນິທິຮ່ວມໃຈທຳ ໄດ້ຕັ້ງໂຄງການໜຶ່ງຂຶ້ນ ຊື່ວ່າ ໂຄງການແບ່ງປັນຄວາມຮູ້ ເຊິ່ງເປີດໂອກາດໃຫ້ບັນດາອາສາສະໝັກທົ່ວໄປ ເພື່ອເຂົ້າມາສອນພາສາຈີນແລະພາສາອັງກິດ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ. ໂດຍເນັ້ນການສິດສອນແບບນຳໃຊ້ເພື່ອການສື່ສານໂດຍສະເພາະ ງ່າຍໆ ເຂົ້າໃຈໄວ. ເຊິ່ງມີນັກຮຽນທັງໝົດ 100 ກວ່າຄົນ ເລີ່ມເປີດໂຄງການມາ ແຕ່ວັນທີ່ 7.12.2019 ໂດຍເອົາວັນເສົາ-ອາທິດ ແລະນີ້ແມ່ນ 4 ບັນດາອາສາສະໝັກທີ່ເຂົ້າມາສິດສອນໃນອາທິດຜ່ານມາ ເຊິ່ງເປັນອາທິດທີ 2 ຂອງໂຄງການ ວັນທີ່ 14-15/12/2019. 1. ນາງແສ່ວຄຳ ພະນັກງານ ມູນນິທິ ຮ່ວມໃຈທຳ ຄູອາສາ ສອນພາສາຈີນ ຮຽນຈົບຈາກ ຄະນະວິທະຍາສາດສັງຄົມ ພາກວິຊາການທ່ອງທ່ຽວ ມະຫາວິທະຍາໄລແຫ່ງຊາດ 2. ທ້າວຟູງເຮີ່ ເປັງເຮີ່ ຄູອາສາ ສອນພາສາຈີນນັກສຶກສາ ສະຖາບັນຂົງຈື 3. ນາງຕຸກຕາ ອັງຄະວົງ ຄູອາສາ ສອນພາສາອັງກິດນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ 4. […]
ບຸກຄົນສຳຄັນແຫ່ງປີ 2019 ເກຼຕາ ທັນເບີກ ອາຍຸພຽງ 16 ປີ ເທົ່ານັ້ນ!
ນິຕະຍະສານທາມ ໄດ້ຍົກໃຫ້ ເກຼຕາ ທັນເບີກ ເດັກໄວລຸ່ນຍິງຊາວສະວີເດັນ ອາຍຸ 16 ປີ ນັກເຄື່ອນໄຫວ ເພື່ອບັນຫາການປ່ຽນແປງສະພາບພູມອາກາດ ເປັນບຸກຄົນແຫ່ງປີ 2019. ນິຕະຍະສານທາມ ກ່າວໃນວັນພຸດວ່າ ເກຼຕາ ທັນເບີກ ປະສົບຄວາມສຳເລັດໃນການປ່ຽນ ແປງທັດສະນະຄະຕິຂອງຄົນທົ່ວໂລກ ແລະປ່ຽນຄວາມຢ້ານກົວ ຂອງຄົນນັບລ້ານ ໃຫ້ກາຍ ເປັນການເຄື່ອນໄຫວ ເພື່ອສ້າງການປ່ຽນແປງຢ່າງຮີບດ່ວນ. ເກຼຕາ ທັນເບີກ ສ້າງແຮງບັນດານໃຈໃຫ້ກັບຜູ້ຄົນໃນທົ່ວໂລກ ດ້ວຍການເລີ່ມປະທ້ວງຢູ່ໜ້າອາຄານລັດຖະສະພາສະວີເດັນ ຮ່ວມກັບໝູ່ນັກຮຽນ ເມື່ອເດືອນສິງຫາປີແລ້ວ ຕໍ່ມາລາວ ແລະໝູ່ນັກຮຽນ ໄດ້ປະທ້ວງ ດ້ວຍການຢຸດຮຽນຢ່າງຕໍ່ເນື່ອງທຸກໆວັນສຸກ. ເພື່ອຮຽກຮ້ອງໃຫ້ລັດຖະບານຫັນມາສົນໃຈກັບບັນຫາການປ່ຽນແປງຂອງສະພາບພູມອາ ກາດໂລກຫຼາຍຂຶ້ນ!!! ພາຍໃຕ້ຫົວຂໍ້ ” Fridays For The Future ” ແລະກາຍເປັນເຮັງບັນດານໃຈ ໃຫ້ເກີດການຂະບວນຍ່າງໃນລັກສະນະດຽວກັນໃນທົ່ວໂລກ. ແລະເລື່ອງຂອງລາວ ທີ່ຜູ້ຄົນຈື່ຈຳທີ່ສຸດຄື ການຂຶ້ນກ່າວຕຳໜິຜູ້ນຳໂລກ ໃນການປະຊຸມວ່າດ້ວຍການດຳເນີນການດ້ານສະພາບພູມອາກາດ ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ນະຄອນນິວຢອກ. ຂໍ້ຄວາມວ່າ: “ຂ້ອຍບໍ່ຄວນຢູ່ບ່ອນນີ້! ຂ້ອຍຄວນຈະຢູ່ໃນຫ້ອງຮຽນທີ່ຢູ່ຝັ່ງໜຶ່ງຂອງມະຫາສະໝຸດ ແຕ່ພວກເຈົ້າພັດໂຍນຄວາມຫວັງມາໃຫ້ກັບພວກເຮົາຄົນລຸ່ນໃໝ່……” ເກຼຕາ […]
ນາຍົກລັດຖະມົນຕີ ເຊື່ອໝັ້ນວ່ານັກທຸລະກິດໜຸ່ມ ຈະເປັນກຳລັງແຮງໃນການຂັບເຄື່ອນເສດຖະກິດ
ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ພົບປະໂອ້ລົມກັບສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜຊ) ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ສປປລາວ. ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ກ່າວ:ຕະຫຼອດໄລຍະ 16 ປີຜ່ານມາ ( 2003 – 2019 ) ສທໜຊ ໄດ້ປະຕິບັດຢ່າງຕັ້ງໜ້າປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ເຊິ່ງມາຮອດປັດຈຸບັນ ສທໜຊ ມີສະມາຊິກທັງໝົດ 625 ບໍລິສັດ, ມີມູນຄ່າຊັບສິນທັງໝົດ 500 ລ້ານໂດລາສະຫະລັດ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມເກືອບ 22 ພັນຄົນ, ໄດ້ປະກອບສ່ວນໃນການຜະລິດສິນຄ້າ ແລະ ບໍລິການ ເພື່ອການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ, ໄດ້ກໍ່ສ້າງພື້ນຖານໂຄງລ່າງ, ສິນຄ້າກະສິກຳ, ການດຶງດູດນັກທ່ອງທ່ຽວ, ການໃຫ້ບໍລິການດ້ານການສຶກສາ ແລະ ສາທາລະນະສຸກ. ນອກນັ້ນ, ຍັງໄດ້ຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ເປັນຕົ້ນແມ່ນ: ຮ່ວມມືກັບສະມາຄົມນັກທຸລະກິດໜຸ່ມໃນບັນດາປະເທດອາຊຽນ ແລະ ອາຊຽນບວກສາມ ພິເສດແມ່ນ ສປຈີນ ໂດຍໄດ້ມີການເຊັນບົດບັນທຶກຮ່ວມມືກັບສະມາຄົມນັກທຸລະກິດໜຸ່ມແຂວງກວາງຊີ, ໜານໜິງ, […]
“ລູກນໍ້າ" ເລີ່ມແລ້ວ! ໂຄງການສ້າງຫ້ອງຮຽນເພື່ອນ້ອງໆ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ດາລາສາວໃຈບຸນ “ລູກນໍ້າ – ທິດາລັດ ວົງສິລິ” ເຜີຍພາບການເລີ່ມລົງມືກໍ່ສ້າງຫ້ອງຮຽນ ທີ່ໂຮງຮຽນປະຖົມຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຫຼັງຈາກທີ່ເລີ່ມລະດົມທຶນກໍ່ສ້າງມາໄດ້ໜຶ່ງ ແນວໃດກໍຕາມ ຍັງຂາດປັດໄຈອີກຈຳນວນຫຼາຍ ລູກນໍ້າ ລະບຸ. ຮູບພາບການເລີ່ມກໍ່ສ້າງຫ້ອງຮຽນຖືກເຜີຍແຜ່ອອກມາຜ່ານທາງອິນສະຕາແກຣມສ່ວນ ຕົວຂອງ ລູກນໍ້າ ທິດາລັດ ເອງເມື່ອວັນທີ ທັນວາ ທີ່ຜ່ານມາ ລູກນໍ້າ ກ່າວວ່າ ວັດສະດຸການກໍ່ສ້າງ ໂດຍສະເພາະແມ່ນເຫຼັກເສັ້ນ ແມ່ນໄດ້ຂົນສົ່ງມາຈາກຕົວເມືອງ ເນື່ອງຈາກເຂດບ້ານດັ່ງກ່າວຂອງ ເມືອງປາກງື່ມມີແຕ່ເຫຼັກນ້ອຍ ແລະ ຍັງມີການຂົນສົ່ງເຄື່ອງໄປທີ່ຈຸດກໍ່ສ້າງອີກຫຼາຍຢ່າງ ທັງນີ້ ລູກນໍ້າລະບຸວ່າ ຕອນນີ້ເຖິງວ່າຈະມີການຊ່ວຍເຫຼືອເຂົ້າມາແລ້ວສ່ວນໜຶ່ງແຕ່ຍັງຂາດປັດໄຈອີກຫຼວງຫຼາຍ ພ້ອມທັງບອກວ່າ ເປີດຮັບທັງແຮງກາຍ ແຮງໃຈ ແລະ ແຮງເງິນເປັນທຶນ ທີ່ຕ້ອງການຊ່ວຍເຫຼືອໃນໂຄງການກໍ່ສ້າງຫ້ອງຮຽນຫຼັງນີ້ ສຳລັບຂໍ້ມູນກ່ຽວກັບການບໍລິ ຈາກສາມາດເບິ່ງໄດ້ຈາກໂພສຕົ້ນສະບັບໃນອິນສະຕາແກຣມຂອງດາລາສາວ ສຳລັບໂຄງການກໍ່ສ້າງສ້ອມແປງຫ້ອງຮຽນ ຢູ່ໂຮງຮຽນປະຖົມບ້ານໂພນຂາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນນີ້ ລູກນໍ້າ ໄດ້ກ່າວໄວ້ກ່ອນໜ້ານີ້ວ່າ ມູນຄ່າການກໍ່ສ້າງທັງໝົດແມ່ນຫຼາຍກວ່າ 26 ລ້ານກີບ. ເຫດຜົນທີ່ສາວຄົນນີ້ເລືອກທີ່ຈະມາຊ່ວຍເຫຼືອກໍ່ສ້າງສ້ອມແປງຫ້ອງຮຽນໃນໂຮງຮຽນດັ່ງກ່າວ ກໍຍ້ອນໄປພົບເຫັນສະພາບທີ່ບໍ່ເອື້ອອຳນວຍຕໍ່ການຮຽນຂອງຫ້ອງຮຽນ ເຊິ່ງຜູ້ກ່ຽວກ່າວໄວ້ວ່າ ເປັນຫ້ອງຮຽນທີ່ເປີດໂລ່ງ ບໍ່ມີຝາແອ້ມ ເຮັດໃຫ້ຫຍຸ້ງຍາກຕໍ່ການຮຽນການສອນໃນໄລຍະຍາມຝົນ […]
ເປີດແລ້ວ!!! ທຶນການສຶກສາ ຢູ່ປະເທດຮົງກາລີ ປີ 2020 ທັງໝົດ 100 ທຶນ
ຂ່າວດີ, ປະກາດແຈ້ງການ ທຶນການສຶກສາ ຂອງລັດຖະບານ ຮົງກາລີ ແກ່ ສປປ ລາວ ຈໍານວນ 100 ທຶນ, ໃນລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໂດຍເປີດຮັບສະໝັກ ຜູ້ທີ່ມີຈຸດປະສົງ ຢາກສະໜັກເອົາທຶນ ໄປສຶກສາຕໍ່ ທີ່ປະເທດດັ່ງກ່າວ ພາຍໃຕ້ທຶນການສຶກສາ ຂອງ Stipendium Hungaricum Programme ເປີດຮັບສະໝັກ ທັງພາກລັດ ແລະ ເອກະຊົນ ໃນສາຍ ສັງຄົມ, ທໍາມະຊາດ ແລະ ກະສິກໍາ. ເປີດຮັບສະໝັກທາງອອນລາຍ ຈົນຮອດວັນທີ 15 ມັງກອນ 2020ຕາມລິ້ງຕໍ່ໄປນີ້:http://tka.hu/international-programmes/6840/stipendium-hungaricum-partners ຈາກນັ້ນ ໃສ່ພາສເວີດ (Password: StudyInHungary). ແຫຼ່ງຂໍ້ມູນ: LAO YOUTH RADIO STATION, FM 90.0 MHZ ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM […]