1) ລົມກັບລູກ ເພື່ອກະຕຸ້ນ ຄວາມຄິດສ້າງສັນແມ່ມານທີ່ນັ່ງລົມກັບລູກ ທີ່ຍັງຢູ່ໃນທ້ອງ ອາດຟັງເບິ່ງເປັນເລື້ອງຕະຫຼົກ ແຕ່ທ່ານຮູ້ຫຼືບໍ່ວ່າ ນີ້ແມ່ນເຄັດລັບອັນສຸດຍອດ ທີ່ຈະເຮັດໃຫ້ ລູກຂອງທ່ານສະຫຼາດ ຕັ້ງແຕ່ຢູ່ໃນທ້ອງ. ສຽງເວົ້າຈາກແມ່ຈະຖືກຖ່າຍທອດໄປຍັງປະສາດຂອງເດັກນ້ອຍ ເພື່ອປູຮາກຖານໃນການໄດ້ຍິນ ແລະ ການຮັບຮູ້ ໄຈ້ແຍກສຽງ ຊ່ອຍໃຫ້ເດັກນ້ອຍ ມີທັກສະທາງດ້ານພາສາ ແລະ ການສຶ່ສານທີ່ດີຂຶ້ນ ຕັ້ງແຕ່ ຢູ່ໃນທ້ອງ ແລະ ໃນທີ່ສຸດ ລູກຢູ່ໃນທ້ອງ ກໍ່ຈະພັດນະນາສະຫມອງ ແລະ ສະຫຼາດຂຶ້ນ ໄດ້ຢ່າງງ່າຍດາຍ. 2) ສໍາພັດຜິວໜ້າທ້ອງ ລູກຈະໄດ້ຮັບການຕອບສະໜອງທາງດ້ານຄວາມຮູ້ສຶກທີ່ດີຂຶ້ນໂດຍທໍາມະຊາດແລ້ວ ແມ່ມານຫຼາຍໆຄົນ ມັກຈະລູບໜ້າທອງຂອງຕົນເອງ ເປັນປົກກະຕິຢູ່ແລ້ວ ແຕ່ໃຫ້ທ່ານ ລອງປ່ຽນວິທີການສໍາພັດໜ້າທອງ ໃຫ້ມີຄຸນນະພາບຂຶ້ນຕື່ມ ໂດຍການລູບໜ້າທອງໃຫ້ແຮງຂຶ້ນ ລູບເປັນວົງມົນ ຈາກລຸ່ມຂື້ນເທິງ ຫຼື ຈາກເທິງລົງລຸ່ມກໍ່ໄດ້ ເພື່ອກະຕຸ້ນການສໍາພັດ ໃຫ້ລູກໄດ້ຮັບຮູ້ເຖິງການສືສານ ຜ່ານຜິວໜັງຈາກແມ່ເຖິງລູກ ໂດຍສາມາດເຮັດໄດ້ ພາຍຫຼັງ ມີລູກໃນທ້ອງໄດ້ 8 ອາທິດຂຶ້ນໄປ ເພາະວ່າ ໃນໄລຍະນີ້ ລູກສາມາດຮັບຮູ້ໄດ້ເຖິງ ການສໍາພັດ […]
ທຶນ 6 ເດືອນ ກ່ຽວກັບ “ທຸລະກິດການສ້າງໜັງ” ຢູ່ປະເທດເກົາຫຼີໃຕ້
ຜູ້ທີ່ມັກຮັກ ໃນການສ້າງຮູບເງົາ ແລະ ຢາກໄປຮຽນຮູ້ ຝຶກອົບຮົມ ການສ້າງຮູບເງົາ ແບບມືອາຊີບ ຢູ່ທີ່ ສະຖານບັນ AFiS Busan Asian Film School ເປັນໄລຍະເວລາ 6 ເດືອນເທົ່ານັ້ນ ບໍ່ຄວນພາດໂອກາດນີ້ ຟຣີທຸກຢ່າງ ລວມທັງຄ່າປີ້ຍົນໄປກັບ ການກິນຢູ່ ແລະ ຄ່າຮຽນ. ຄົນລາວ ສາມາດ ສະໝັກໄດ້. ປິດຮັບສະໝັກ ວັນທີ 24/10/2019 ລາຍລະອຽດ ການສະໝັກ ທີ່ລິ້ງ >>> ນີ້ເອກະສານສໍາຄັນຕ່າງໆ ໃນການສະໝັກທີ່ລິ້ງ >> ນີ້ ແຫຼ່ງຂໍ້ມູນ: LAO YOUTH RADIO STATION, FM 90.0 MHZ ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz
ສຸດຍອດ! ໄດ້ໃບປະກາດແດງ 2 ໃບ ມ7 ແລະ ມ.ຊ
ຈັນໄທ ແສງຈັນ ຫຼື ໄທ ອາຍຸ 22 ປີ, ສາວນ້ອຍ ອະດີດນັກຮຽນເກັ່ງໃບປະກາດແດງ ມ7 ຈາກແຂວງ ສາລະວັນ ພັດທະນາໄປຕໍ່ເນື່ອງບໍ່ປ່ອຍໃຫ້ຊື່ສຽງຖົດຖອຍ ຫຼ້າສຸດສາມາດຄວ້າໃບປະກາດແດງ ອີກໃບສາຂາ ການຕ່າງປະເທດປະລິນຍາຕີ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ໄທບອກກັບທີມຂ່າວເສດຖະກິດ-ການຄ້າວ່າ ທີ່ຈິງແລ້ວບໍ່ວ່າຮຽນຫຍັງມັນກໍ່ສໍາຄັນຄືກັນ ແຕ່ໄທເລືອກຮຽນສາຂານີ້ຍ້ອນວ່າ ໜຶ່ງແມ່ນວິຊາຫຼັກທີ່ໄດ້ຮຽນສ່ວນຫຼາຍແມ່ນເປັນພາສາຕ່າງປະເທດ (ອັງກິດ ແລະ ຝຣັ່ງ) ຍ້ອນສະພາບເສດຖະກິດຄອບຄົວບໍ່ຄ່ອຍດີ ຈຶ່ງເລືອກຮຽນສາຍນີ້ ເພື່ອຮຽນຮູ້ພາສາຕ່າງປະເທດ ທີ່ນໍາໃຊ້ຢູ່ໃນກົດໝາຍ ແລະ ທີ່ສຳຄັນແມ່ນຮຽນຮູ້ກ່ຽວກັບກົດໝາຍຂອງ ສປປ ລາວ. ໄທ ເປັນຄົນທີ່ບໍ່ຄ່ອຍຈັດແບ່ງເວລາຮຽນໃຫ້ກັບໂຕເອງ, ແຕ່ຈະເອົາໃຈໃສ່ດີໃນເວລາຮຽນໜັງສື, ມັກເຮັດວຽກບ້ານ ຫຼື ເຮັດບົດລາຍງານແລ້ວກ່ອນໄປເຮັດກິດຈະກຳອື່ນໆ ຈະເວົ້າໄປແລ້ວຍາມຮຽນຕ້ອງເອົາການຮຽນເປັນຫຼັກ ສ່ວນກິດຈະກຳອື່ນໃຫ້ຈັດມາຕາມທີ່ຫຼັງ. ສຳລັບຂໍ້ສະດວກທີ່ເຮັດໃຫ້ໄທຮຽນໄດ້ດີ ແມ່ນມີປຶ້ມແບບຮຽນຫຼາຍເຫຼັ້ມໃຫ້ອ່ານ ແລະ ທໍາຄວາມເຂົ້າໃຈໄດ້ຫຼາຍຂຶ້ນຕື່ມຈາກທີ່ໄດ້ຟັງອາຈານບັນຍາຍມາ, ແຕ່ບໍ່ແມ່ນເປັນນັກຮຽນເກັ່ງແລ້ວຈະເກັ່ງໄປທຸກຢ່າງ ໄທຍອມຮັບວ່າ ມີບາງວິຊາທີ່ອາຈານເອົາມາສອນກໍ່ໄກໂຕເກີນໄປ ເຮັດໃຫ້ບໍ່ສາມາດເຂົ້າເຖິງແກ່ນແທ້ຂອງວິຊານັ້ນໆໄດ້ຢ່າງເຕັມທີ່. ສ່ວນເຄັດລັບທີ່ຊ່ວຍໃຫ້ໄທໄດ້ຄະແນນດີ ຫຼື ຮຽນເກັ່ງ ແມ່ນເວລາຮຽນຕ້ອງຕັ້ງໃຈຮຽນ, […]
10 ພຶດຕິກຳຄວາມຮຸນແຮງຕໍ່ແມ່ຍິງ ທີ່ລະເມີດຕໍ່ກົດໝາຍບ້ານເມືອງ
ແມ່ຍິງທັງຫຼາຍຟັງທາງນີ້ ຖ້າໃຜຍັງສົງໄສວ່າ ພຶດຕິກຳໃດແດ່ ທີ່ຖືວ່າເປັນຄວາມຮຸນແຮງຕໍ່ແມ່ຍິງຕາມກົດໝາຍບ້ານເຮົາ ມື້ນີ້ເຮົາມີຄຳຕອບມາຝາກມາຕ້ອນເດີ້: ອີງຕາມມາດຕາ 17 ຈາກກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (2015) 10 ພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກມີດັ່ງນີ້: ການທາລຸນ, ການທໍລະມານ, ການທຸບຕີ, ການບັງຄັບ, ການຂົ່ມຂູ່, ການໂຍນເດັກຖິ້ມ, ການກະທຳທີ່ຫຍາບຊ້າ ຫຼືການປະພຶດອື່ນໂດຍເຈຕະນາ ທີ່ແຕະຕ້ອງຕໍ່ສຸຂະພາບ, ຊີວິດ ຫຼືຈິດໃຈ; ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການເຍາະເຍີ້ຍສຽດນີ, ການໝິ່ນປະໝາດ, ຫຼືການປະພຶດອື່ນໆ ໂດຍເຈຕະນາ ທີ່ເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ ຫຼືຈິດໃຈ; ການຈຳແນກ, ການເຮັດໃຫ້ໂດດດ່ຽວ, ການໄລ່ອອກຈາກທີ່ພັກອາໄສ ຫຼືໃຫ້ອອກຈາກວຽກໂດຍບໍ່ຖືກຕ້ອງ ຫຼືສ້າງຄວາມກົດດັນທາງຈິດຕະສາດ; ການບໍ່ໃຫ້ໂອກາດ, ການກີດກັ້ນການປະຕິບັດໜ້າທີ່, ການເຄື່ອນໄຫວວຽກງານທາງ ເສດຖະກິດ-ສັງຄົມ ຫຼືກີດກັ້ນການປະຕິບັດສິດ ແລະພັນທະຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການ; ການທຳລາມົກ, ການທຳອະນາຈານ, ການເຜີຍແຜສິ່ງລາມົກ, ການທຳມມິດສະຈານ, ການບັງຄັບຮ່ວມເພດ, ການຮ່ວມເພດກັບເດັກ, ການຂົ່ມຂືນທຳຊຳເລົາ, ການບັງຄັບເປັນໂສເພນີ, ການຄ້າໂສເພນີ […]
ທຶນຝຶກທັກສະຄວາມເປັນຜູ້ນໍາ ຢູ່ Hawaii ສະຫະລັດ ອາເມລິກາ
ມາແລ້ວ ! ທຶນໄປຝຶກອົບຮົມ ຄວາມເປັນຜູ້ນໍາ ຢູ່ Hawaii ປະເທດ ອາເມລິກາເປັນທຶນ ຟຣີ 100% ອາຍຸ 20-45 ປີ ສະໝັກໄດ້ລາຍລະອຽດ ແລະ ວິທີການສະໝັກ 21 June – 16 November 2020 | Hawaii, USDeadline: 15 November 2019Registration: The East-West Center is pleased to accept applications for the 2020 Asia Pacific Leadership Program Fellowship (APLP), June 21-November 16, 2020. The APLP is the center of […]