ຫ້າມກິນນ້ຳຕານ ຫຼັງ 6 ໂມງແລງ ນີ້ເປັນເຄັດລັບຂອງໝໍ ແອມ
ເຊິ່ງເປັນໝໍ ທີ່ມີສຸຂະພາບດີ ໜ້າໃສ
ເປັນຜູ້ອຳນວຍການສູນ Bangkok Royal Life Anti Aging Center ໂຮງພະຍາບານ ກຸງເທບ.
ອະທິບາຍວ່າ:
ນ້ຳຕານເປັນຂອງຫ້າມ ຫຼັງ 6 ໂມງ ລວມເຖິງຫວານ ຫຼື ນ້ຳຕານທີ່ແອບແຝງມາໃນຮູບແບບຕ່າງໆ ພວກໝາກໄມ້, ນ້ຳອັດລົມ… ເນື່ອງຈາກເນັດໃຫ້ສານໃນນ້ຳຕານ ທີ່ຂັດຂວາງການຫຼັ່ງຮໍໂມນ ໂກຼດຮໍໂມນ (Growth hormone) ທີ່ເຮັດໜ້າທີ່ຟື້ນຟູຮ່າງກາຍໃນເວລານອນຫຼັບ ເຮັດໃຫ້ຮ່າງກາຍຍ່ອຍນ້ຳຕານບໍ່ທັນ ເຮັດໃຫ້ນ້ຳຕານທີ່ເຫຼືອ ຈາກການຍ່ອຍໄປຂັດຂວາງການຊ່ອມແຊມ ໃຫ້ເຮັດໜ້າທີ່ໄດ້ຢ່າງບໍ່ສົມບູນ.
ການກິນນ້ຳຕານໃນຊ່ວງເວລານີ້ ຈຶ່ງເປັນການຂັດຂວາງຄວາມເຍົາໄວ ຖ້າເຮົາອາຍຸ 25 ປີຂຶ້ນໄປ ຮ່າງກາຍຈະຜະລິດໂກຼດຮໍໂມນ ຫຼຸດລົງ 14% ແລະຫຼຸດລົງແບບນີ້ ໃນທຸກໆ 10 ປີ.
ບາງຄົນໃຫ້ຄວາມສຳຄັນເລື່ອງ ອາຫານ ແລະການອອກກຳລັງກາຍ ແຕ່ບໍ່ໃຫ້ຄວາມສຳຄັນການນອນ ຮ່າງກາຍກໍຈະບໍ່ດີຂຶ້ນ.
ຄວາມເຍົາໄວ ແລະ ສຸຂະພາບດີ ກໍຈະບໍ່ມາຫາ
ດັ່ງນັ້ນ, ທັງໝົດທີ່ວ່າມານີ້ ແມ່ນມີຄວາມສຳຄັນທັງໝົດ.
ເບິ່ງຄລິບນີ້ໄດ້ຈາກ:
ແຫຼ່ງຂໍ້ມູນ: https://yimsiam99.com