ສຳເລັດແລ້ວ! ອາທິດທີ1 ຄູອາສາສະໝັກສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ມູນນິທິຮ່ວມໃຈທຳ ໄດ້ຕັ້ງໂຄງການໜຶ່ງຂຶ້ນ ຊື່ວ່າ ໂຄງການແບ່ງປັນຄວາມຮູ້ ເຊິ່ງເປີດໂອກາດໃຫ້ບັນດາອາສາສະໝັກທົ່ວໄປ ເພື່ອເຂົ້າມາສອນພາສາຈີນແລະພາສາອັງກິດ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ໂດຍເນັ້ນການສິດສອນແບບນຳໃຊ້ເພື່ອການສື່ສານໂດຍສະເພາະ ງ່າຍໆ ເຂົ້າໃຈໄວ.

ເຊິ່ງມີນັກຮຽນທັງໝົດ 100 ກວ່າຄົນ

ເລີ່ມເປີດໂຄງການມາ ແຕ່ວັນທີ່ 7.12.2019 ໂດຍເອົາວັນເສົາ-ອາທິດ

ແລະນີ້ແມ່ນ 4 ບັນດາອາສາສະໝັກທີ່ເຂົ້າມາສິດສອນໃນອາທິດຜ່ານມາ.

1. ອ້າຍຈົວ ອັອກ ແກ້ວພອນທອງ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
2. ທ້າວຟູງເຮີ່ ເປັງເຮີ່ ຄູອາສາ ສອນພາສາຈີນ
ນັກສຶກສາ ສະຖາບັນຂົງຈື
3. ນາງພັດມະນີ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ
4. ນາງຕຸກຕາ ອັງຄະວົງ ຄູອາສາ ສອນພາສາອັງກິດ
ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ

ໃຜທີ່ສົນໃຈເຂົ້າຮ່ວມໂຄງການນຳມູນນະທິພວກເຮົາ ອິນບ໋ອກມາທາງເພຈ ຫຼືໂທ/ແອັບ 020 55068803 (ແສ່ວຄຳ) ແລະ 020 56 105 737 (ຕຸກຕາ)

ສຳເລັດແລ້ວ! ອາທິດທີ1 ຄູອາສາສະໝັກສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ
Scroll to top